Houthi ຖະແຫລງຈະໂຕ້ຕອບການບຸກໂຈມຕີຂອງ ອາເມລິກາ ແລະ ອັງກິດ

(VOVWORLD) -ວັນທີ 4 ກຸມພາ, ກຳລັງ Houthi ຢູ່ Yemen ໄດ້ຖະແຫລງວ່າ ການບຸກໂຈມຕີຂອງ ອາເມລິກາແລະ ອັງກິດ ຈະບໍ່ສາມາດສະກັດກັ້ນກຸ່ມນີ້ໄດ້ ພ້ອມທັງໃຫ້ຮູ້ວ່າ ຈະມີການກະທຳໂຕ້ຕອບ. 
Houthi ຖະແຫລງຈະໂຕ້ຕອບການບຸກໂຈມຕີຂອງ ອາເມລິກາ ແລະ ອັງກິດ - ảnh 1ກຳລັງ ອັງກິດ ແລະ ອາເມລິກາ ດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ Houthi ຢູ່ Yemen, ວັນທີ 3/2/2024. ພາບ:AFP/TTXVN

ໃນສື່ສັງຄົມ X ໂຄສົກຂອງ Houthi, Yahya Saree ໃຫ້ຮູ້ວ່າ ນະຄອນຫລວງ Sanaa ຂອງ Yemen ແລະບັນດາເຂດອື່ນໂດຍກຳລັງນີ້ຄວບຄຸມຖືກບຸກໂຈມຕີ. Saree ປະກາດວ່າ ລວມທັງໝົດ 48 ການບຸກໂຈມຕີທາງອາກາດ.

ການບຸກໂຈມຕີທາງອາກາດຂອງອັງກິດ ແລະ ອາເມລິກາ ເລັ່ງໃສ່ກຳລັງ Houthi ໃນຕອນຄ່ຳວັນທີ 3 ກຸມພາ ແມ່ນໄດ້ດຳເນີນພາຍຫລັງກະແສບຸກໂຈມຕີຂອງອາເມລິກາ ເລັ່ງໃສ່ບັນດາກຸ່ມປະກອບອາວຸດຢູ່ ອີຣັກ ແລະຊີຣີ ເພື່ອໂຕ້ຕອບການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຊື່ງເຮັດໃຫ້ພົນທະຫານ ອາເມລິກາ 3 ຄົນຖືກເສຍຊີວິດຢູ່ Jordan. ນີ້ແມ່ນຄັ້ງທີ 3 ບັນດາກຳລັງ ອັງກິດ ແລະ ອາເມລິກາ ຮ່ວມກັນບຸກໂຈມຕີ Houthi, ຊື່ງແມ່ນກຸ່ມໄດ້ດຳເນີນບັນດາການບຸມໂຈມຕີເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີກັບຊາວ ປາແລສະຕີນ ຢູ່ ເຂດ ກາຊາ ເຮັດໃກ້ການເຄື່ອນໄຫວຂົນສົ່ງສິນຄ້າທາງທະເລຂອງໂລກຖືກກີດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ