Houthi ບຸກ​ໂຈມ​ຕີ​ກຳ​ປັ່ນ​ສູ້​ຮົບ ອາ​ເມ​ລິ​ກາ - ອັງ​ກິດ, ບຸກ​ໂຈມ​ຕີ ອິດ​ສະ​ລາ​ແອັນ ດ້ວຍ​ລູກ​ສອນ​ໄຟ

(VOVWORLD) -  ໂຄສົກຂອງ Al Houthi ຢັ້ງຢືນວ່າ ບັນດາການບຸກໂຈມຕີຂອງກຸ່ມນີ້ ໄດ້ກໍ່ຄວາມເສຍຫາຍໂດຍກົງໃຫ້ແກ່ບັນດາກຳປັ່ນເປົ້າໝາຍ ແຕ່ບໍ່ເຜີຍຂໍ້ມູນລະອຽດຕື່ມອີກ.
Houthi ບຸກ​ໂຈມ​ຕີ​ກຳ​ປັ່ນ​ສູ້​ຮົບ ອາ​ເມ​ລິ​ກາ - ອັງ​ກິດ, ບຸກ​ໂຈມ​ຕີ ອິດ​ສະ​ລາ​ແອັນ ດ້ວຍ​ລູກ​ສອນ​ໄຟ - ảnh 1ກຳປັ່ນຂອງ ອາເມລິກາ ຢູ່ອ່າວ Aden (ພາບ: AFP/TTXVN)

ຕອນຄ່ຳວັນທີ 22 ກຸມພາ, ທີ່ຊ່ອງທະໂລພາບ Al Masiyrah ຂອງ ເຢແມນ, ທ່ານ Yahya Saree ໂຄສົກການທະຫານຂອງກຳລັງ Al Houthi ຢູ່ເຢແມນ ໄດ້ປະກາດວ່າ ກຳລັງກອງທັບເຮືອຂອງກຸ່ມນີ້ ໄດ້ຍິງລູກສອນໄຟເລັ່ງໃສ່ ກຳປັ່ນ Islander ຂອງອັງກິດຢູ່ເຂດ ອ່າວ Aden, ພ້ອມທັງດຳເນີນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເລັ່ງໃສ່ກຳປັ່ນພິຄາດ ອາເມລິກາ ຢູ່ທະເລແດງ. ໂຄສົກຂອງ Al Houthi ຢັ້ງຢືນວ່າ ບັນດາການບຸກໂຈມຕີຂອງກຸ່ມນີ້ ໄດ້ກໍ່ຄວາມເສຍຫາຍໂດຍກົງໃຫ້ແກ່ບັນດາກຳປັ່ນເປົ້າໝາຍ ແຕ່ບໍ່ເຜີຍຂໍ້ມູນລະອຽດຕື່ມອີກ.

ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ປະກາດວ່າລະບົບປ້ອງກັນລູກສອນໄຟໄລຍະໄກ Arrow ຂອງ ປະເທດນີ້ ໄດ້ສະກັດກັ້ນສຳເລັດການບຸກໂຈມຕີດ້ວຍລູກສອນໄຟນຳວິທີ ຂອງກຸ່ມ Al Houthi ທີ່ເລັ່ງໃສ່ອິດສະລາແອັນ. ກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ຢັ້ງຢືນວ່າ ນີ້ແມ່ນຄັ້ງທີ 6 ທີ່ລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ສະກັດກັ້ນສຳເລັດການບຸກໂຈມຕີດ້ວຍລູກສອນໄຟໄລຍະໄກຂອງກຸ່ມ Al Houthi, ນັບແຕ່ເວລາເກີດສົງຄາມຢູ່ເຂດກາຊາ ເມື່ອຕົ້ນເດືອນຕຸລາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ