IAEA ມີ​ປະ​ຕິ​ກິ​ລິ​ຍາ ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ເຈ​ລະ​ຈາຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ໂດຍ​ຊົ່ວ​ຄາວ

(VOVWORLD) -ກ່ອນໜ້ານັ້ນ, ໃນວັນທີ 17 ກໍລະກົດ, ເຈົ້າໜ້າທີ່ ອີຣານ ທ່ານໜຶ່ງ ໄດ້ປະກາດວ່າ ບັນດາການເຈລະຈາຢູ່ ວຽນນາ ຈະບໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ກ່ອນເວລາ ລັດຖະບານຊຸດໃໝ່ໄດ້ຮັບດຳລົງຕຳແໜ່ງໃນເດືອນສິງຫາຈະມາເຖິງ.
IAEA ມີ​ປະ​ຕິ​ກິ​ລິ​ຍາ ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ເຈ​ລະ​ຈາຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ໂດຍ​ຊົ່ວ​ຄາວ - ảnh 1ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ສາກົນ (IAEA)
(ພາບ: AFP/TTXVN)

ວັນທີ 19 ກໍລະກົດ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ສາກົນ (IAEA) ໃຫ້ຮູ້ວ່າ ເລື່ອງຢຸດຕິ ການເຈລະຈາໂດຍຊົ່ວຄາວເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີີຣານ ໄດ້ເຮັດໃຫ້ອົງການນີ້ຕົກເຂົ້າສູ່ສະພາບການຍາກທີ່ຈະແກ້ໄຂໄດ້.

ກ່ອນໜ້ານັ້ນ, ໃນວັນທີ 17 ກໍລະກົດ, ເຈົ້າໜ້າທີ່ ອີຣານ ທ່ານໜຶ່ງ ໄດ້ປະກາດວ່າ ບັນດາການເຈລະຈາຢູ່ ວຽນນາ ຈະບໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ກ່ອນເວລາ ລັດຖະບານຊຸດໃໝ່ໄດ້ຮັບດຳລົງຕຳແໜ່ງໃນເດືອນສິງຫາຈະມາເຖິງ. ທ່ານ Ebrahim Raisi ທີ່ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ໃນວັນທີ 19 ມິຖຸນາ ຈະແທນໃຫ້ທ່ານ Hassan Rouhani ປະທານາທິບໍດີ ຄົນປັດຈຸບັນ ຂອງ ອີຣານ ໃນວັນທີ 5 ສິງຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ