IEA ຍົກລະດັບການຄາດຄະເນຄວາມຕ້ອງການດ້ານນ້ຳມັນທົ່ວໂລກຂຶ້ນລະດັບສະຖິຕິໃນປີນີ້

(VOVWORLD) - ການຄາດຄະເນໃໝ່ນີ້ບໍ່ຫຼາຍກ່ວາຕົວເລກກ່ອນນັ້ນ. ເດືອນ ມິຖຸນາ ຜ່ານມາ, IEA ຄາດຄະເນຄວາມຕ້ອງການນ້ຳມັນທົ່ວໂລກ ອາດຈະບັນລຸລະດັບສູງສຸດໃນທ້າຍທົດສະວັດນີ້ ໃນສະພາບການວິກິດການດ້ານພະລັງງານຍູ້ໄວວິວັດການຫັນປ່ຽນເປັນເຕັກໂນໂລຊີສະອາດ
IEA ຍົກລະດັບການຄາດຄະເນຄວາມຕ້ອງການດ້ານນ້ຳມັນທົ່ວໂລກຂຶ້ນລະດັບສະຖິຕິໃນປີນີ້ - ảnh 1ໂຮງງານ ກັ່ນນ້ຳມັນ Navodari, Romania
(ພາບ: AFP/TTXVN)

ວັນທີ 11 ສິງຫາ, ອົງການພະລັງງານສາກົນ (IEA) ໄດ້ຍົກລະດັບຄວາມຕ້ອງການນ້ຳມັນໃນທົ່ວໂລກຂອງປີນີ້ຂຶ້ນລະດັບສະຖິຕິແມ່ນ 102,2 ລ້ານຖັງ/ວັນ, ເພີ່ມຂຶ້ນ 2,2 ລ້ານຖັນ/ວັນເມື່ອທຽບໃສ່ລະດັບຄາດຄະເນກ່ອນໜ້ານັ້ນ. ໃນນັ້ນ, ຄວາມຕ້ອງການຂອງຕະຫຼາດຈີນ ຈະກວມປະມານ 70% ແລ້ວ. ການຄາດຄະເນໃໝ່ນີ້ບໍ່ຫຼາຍກ່ວາຕົວເລກກ່ອນນັ້ນ. ເດືອນ ມິຖຸນາ ຜ່ານມາ, IEA ຄາດຄະເນຄວາມຕ້ອງການນ້ຳມັນທົ່ວໂລກ ອາດຈະບັນລຸລະດັບສູງສຸດໃນທ້າຍທົດສະວັດນີ້ ໃນສະພາບການວິກິດການດ້ານພະລັງງານຍູ້ໄວວິວັດການຫັນປ່ຽນເປັນເຕັກໂນໂລຊີສະອາດ.

        IEA ກໍ່ດັດປັບການຄາດຄະເນຄວາມຕ້ອງການໃນປີນີ້, ຕາມນັ້ນແລ້ວ, ຄາດວ່າ, ຄວາມຕ້ອງການນ້ຳມັນທົ່ວໂລກເພີ່ມຂຶ້ນພຽງ 1 ລ້ານຖັງ/ວັນ, ຫລຸດໜ້ອຍໜຶ່ງເມື່ອທຽບໃສ່ລະດັບ 1.150.000 ຖັງ/ວັນ ຄືໄດ້ຍົກອອກມາກ່ອນໜ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ