IMF, WB ກ່າວເຕືອນບັນດາຄວາມສ່ຽງສຳລັບເສດຖະກິດທົ່ວໂລກ

(VOVWORLD) - ຖ້າຫາກການປະທະກັນແກ່ຍາວຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງການເຄື່ອນໄຫວຂອງພື້ນຖານເສດຖະກິດໂລກ.
IMF, WB ກ່າວເຕືອນບັນດາຄວາມສ່ຽງສຳລັບເສດຖະກິດທົ່ວໂລກ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 12 ກຸມພາ, ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ໄດ້ກ່າວເຕືອນວ່າ, ການປະທະກັນຢູ່ເຂດ ກາຊາ ແລະ ບັນດາເຫດບຸກໂຈມຕີແນໃສ່ກຳປັ່ນການຄ້າເດີນຜ່ານທະເລແດງ ໄດ້ເປັນໄພນາບຂູ່ຕໍ່ພື້ນຖານເສດຖະກິດທົ່ວໂລກ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດລັດຖະບານໂລກ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ຖືວ່າ, ຖ້າຫາກການປະທະກັນແກ່ຍາວຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງການເຄື່ອນໄຫວຂອງພື້ນຖານເສດຖະກິດໂລກ. ທ່ານນາງໄດ້ຄັດສະເໜີຜົນສະທ້ອນໃນພາຍພາກໜ້າແມ່ນການເຄື່ອນໄຫວຂົນສົ່ງທາງທະເລຜ່ານຄອງ Suez ຖືກຫຼຸດລົງ ໃນສະພາບການທີ່ກຳລັງ Houthi ຢູ່ ເຢຍແມນ ໄດ້ບຸກໂຈມຕີກຳປັ່ນການຄ້າເດີນຜ່ານທະເລແດງ ໄປສູ່ເສັ້ນທາງທະເລສຳຄັນນີ້.

        ກໍ່ທີ່ເຫດການດັ່ງກ່າວ, ທ່ານ Ajay Banga, ປະທານ WB ຖືວ່າ, ບັນດາສິ່ງທີ່ພວມເກີດຂຶ້ນຢູ່ເຂດ ກາຊາ ແລະ ທະເລແດງ ໄດ້ວາງອອກສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ແງ່ຫວັງເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ