IMF ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ການ​ຮ່ວມມື​ໃນ G20

(VOVWORLD) -  ວັນທີ  20 ເມສາ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຮຽກຮ້ອງໃຫ້ຮ່ວມມືໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໃນສະພາບທີ່ມີຄວາມເຄັ່ງຕຶງລະຫວ່າງບັນດາສະມາຊິກໃນກຸ່ມ ເຊິ່ງມີສ່ວນກ່ຽວຂ້ອງເຖິງບັ້ນການທະຫານຂອງ ລັດເຊຍ ຢູ່ ຢູແກຼນ.
IMF ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ການ​ຮ່ວມມື​ໃນ G20 - ảnh 1ສຳນັກງານກອງທຶນເງິນຕາສາກົນ ຢູ່ ອາເມລິກາ (ພາບ: THX/TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ດຳເນີນກ່ອນການຈັດກອງປະຊຸມລັດຖະມົນຕີກະຊວງການເງິນ G20 ຢູ່ ວໍຊິງຕັນ (ອາເມລິກາ), ທ່ານນາງ Kristalina Georgieva ເນັ້ນໜັກວ່າ ປັດຈຸບັນ ແມ່ນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ສະພາບການຕົວຈິງຮຽກຮ້ອງໃຫ້ບັນດາປະເທດ “ຕ້ອງຮ່ວມມືກັນ ແລະ ຈະສືບຕໍ່ຮ່ວມມືກັນ”. ຕາມທ່ານນາງແລ້ວ, ບໍ່ມີພື້ນຖານເສດຖະກິດໃດສາມາດແກ້ໄຂຄວາມຫຍຸ້ງຍາກໃນປັດຈຸບັນດ້ວຍຕົນເອງໄດ້, ລະອຽດແມ່ນສະພາບລະບົບຕອບສະໜອງຖືກຕັດຕອນ ຍ້ອນຄວາມຕ້ອງການເພີ່ມຂຶ້ນສູງໃນວິວັດທະນາການຟື້ນຟູຫຼັງໂລກລະບາດໂຄວິດ - 19, ການປັບໄໝລົງໂທດ ແລະ ໂຕ້ຕອບລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ແລະ ໄພເງິນເຟີ້ເພີ່ມຂຶ້ນສູງ.

       


ຕອບກັບ

ຂ່າວ/ບົດ​ອື່ນ