IMF ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດທະ​ນາ​ການ​ພັດ​ທະ​ນາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງສະເໜີໃຫ້ IMF ສືບຕໍ່ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ລັດຖະບານ ຫວຽດນາມກ່ຽວກັບການບໍລິຫານເສດຖະກິດ, ສ້າງບັນດາເຄື່ອງມືປີການເງິນ, ເງິນຕາໃຫ້ສົມບູນແບບ
ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ Hiroshima, ໃນໂຄງການເຄື່ອນໄຫວຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF). ທີ່ການພົບປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງສະເໜີໃຫ້ IMF ສືບຕໍ່ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ລັດຖະບານ ຫວຽດນາມກ່ຽວກັບການບໍລິຫານເສດຖະກິດ, ສ້າງບັນດາເຄື່ອງມືປີການເງິນ, ເງິນຕາໃຫ້ສົມບູນແບບ, ປັບປຸງໂຄງປະກອບການເງິນ - ທະນາຄານ. ທ່ານນາຍົກລັດຖະມົນຕີແບ່ງປັນກ່ຽວກັບຜົນສຳເລັດຂອງ ຫວຽດນາມ, ຕະຫຼາດການເງິນມີສະຖຽນລະພາບ, ເຄື່ອງໝາຍການຄ້າແຫ່ງຊາດໄດ້ຮັບການຍົກສູງຂຶ້ນ, ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ມີລະດັບເຕີບໂຕໄວທີ່ສຸດໃນໂລກໃນ 3 ປີຜ່ານມາ, ປີ 2022 ບັນລຸ 431 ຕື້ USD, ຫວຽດນາມ ເພີ່ມຂຶ້ນ 12 ຂັ້ນໃນບົດລາຍງານຄວາມຜາສຸກຂອງໂລກ 2023.

ສ່ວນທ່ານນາງ Kristalina Georgieva ໄດ້ຕີລາຄາສູງນະໂຍບາຍບໍລິຫານເສດຖະກິດ - ສັງຄົມຂອງ ຫວຽດນາມ, ແລະ ຖືວ່າ ການສືບຕໍ່ປະຕິບັດນະໂຍບາຍປີການເງິນ ຢ່າງໝັ້ນແກ່ນ, ເປັນເຈົ້າການ, ມີຄວາມໄຫວພິບ, ທັນການ ແລະ ມີປະສິດທິຜົນຂອງ ລັດຖະບານ ແມ່ນເໝາະສົມທີ່ສຸດ, ຊ່ວຍຫວຽດນາມ ຮັກສາທ່າເຕີບໂຕໃນສະພາບການປະສົບກັບຄວາມຫຍຸ້ງຍາກທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ