Interpol ກ່າວ​ເຕ​ືອນ​ວ່າ ອາດ​ຊະ​ຍາ​ກຳ​ກ່ຽວ​ຂ້ອງ​ເຖິງວັກ​ຊິນ​ກັນພະ​ຍາດໂຄວິດ - 19 ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ເລື່ອງ ວັກຊິນ ກຳລັງຖືກນຳເຂົ້ານຳໃຊ້ນັ້ນ, ອາດຊະຍາກຳຈະເພີ່ມຂຶ້ນຢ່າງແຮງ.
Interpol ກ່າວ​ເຕ​ືອນ​ວ່າ ອາດ​ຊະ​ຍາ​ກຳ​ກ່ຽວ​ຂ້ອງ​ເຖິງວັກ​ຊິນ​ກັນພະ​ຍາດໂຄວິດ - 19 ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ວັກຊິນກັນພະຍາດໂຄວິດ - 19 ຂອງ Pfizer/BioNTech (ພາບ:  AFP/TTXVN)

ວັນທີ 21 ທັນວາ, ທ່ານ Juergen Stock ເລຂາທິການໃຫຍ່ ອົງການຕຳຫຼວດອາຍາສາກົນ (Interpol) ໄດ້ກ່າວເຕືອນກ່ຽວກັບການເພີ່ມຂຶ້ນຢ່າງແຮງຂອງອາດຊະຍາກຳ, ໃນນັ້ນມີ ອາດຊະຍາກຳທີ່ກ່ຽວຂ້ອງເຖິງ ວັກຊິນກັນພະຍາດໂຄວິດ - 19. ທ່ານ Stock ຖືວ່າ: ເລື່ອງ ວັກຊິນ ກຳລັງຖືກນຳເຂົ້ານຳໃຊ້ນັ້ນ, ອາດຊະຍາກຳຈະເພີ່ມຂຶ້ນຢ່າງແຮງ.

        ໃນສະພາບການທີ່ບັນດາປະເທດໃນໂລກ ເລີ່ມຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການສັກວັກຊິນ ກັນພະຍາດໂຄວິດ - 19 ໃນວົງກວ້າງ, ນັກຊ່ຽວຊານຫຼາຍທ່ານ, ບັນດາອົງການຈັດຕັ້ງສາກົນ ໄດ້ກ່າວເຕືອນກ່ຽວກັບເລື່ອງ ມີບັນດາກຸ່ມອາດຊະຍາກຳ ອາດຈະຂາຍວັກຊິນປອມ ຫຼື ລັກເອົາແຫຼ່ງສະໜອງວັກຊິນດັ່ງກ່າວ. ຕົ້ນເດືອນ ທັນວາ ຜ່ານມາ, Interpol ໄດ້ປະກາດຄຳເຕືອນໄພລະດັບສູງສຸດເຖິງກຳລັງຕຳຫຼວດຂອງ 194 ປະເທດສະມາຊິກ ແລະ ກ່າວເຕືອນກ່ຽວກັບຄວາມສ່ຽງທີ່ເກີດມີເຄືອຂ່າຍອາດຊະຍາກຳກ່ຽວຂ້ອງເຖິງ ວັກຊິນກັນພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ