IS ນາບຂູ່ຈະບຸກໂຈມຕີໃນໂອກາດປີໃໝ່ສາກົນ 2018

(VOVWORLD) - ພ້ອມທັງ ປະກົດມີຄົນໜຶ່ງ ຮຽກຮ້ອງບັນດາຜູ້ສະໜັບສະໜູນ IS ສວຍໃຊ້ບັນດາຜູ້ເມົາເຫຼົ້າ ແລະ ກຸ່ມຄົນໃນໂອກາດວັນບຸນ ຄຼິດສະມາດ ແລະ ປີໃໝ່ ເພື່ອໃຫ້ເກີດການເສຍຫາຍ ແລະ ຄວາມບາດເຈັບລົ້ມຕາຍ.
IS ນາບຂູ່ຈະບຸກໂຈມຕີໃນໂອກາດປີໃໝ່ສາກົນ 2018 - ảnh 1IS ນາບຂູ່ ນະຄອນຫຼວງ ລອນດອນ, ປະເທດ ອັງກິດ ແມ່ນເປົ້າໝາຍໜຶ່ງໃນຄ່ຳຄືນສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່

ອົງການ IS ສາຂາຢູ່ Somalia ຫາກໍ່ລົງອິນເຕີເນັດວີດີໂອຕອນໜຶ່ງ ຊຶ່ງນາບຂູ່ວ່າຈະບຸກໂຈມຕີປະຊາຊົນໃນທົ່ວໂລກ ເມື່ອຕ້ອນຮັບປີໃໝ່ສາກົນ.

        ຕອນວີດີໂອ ເປັນເວລາກ່ວາ 8 ນາທີ ແມ່ນບັນດາຮູບພາບກ່ຽວກັບການກະທຳໃຊ້ຄວາມຮຸນແຮງ ເຊິ່ງ IS ດຳເນີນໃນທົ່ວໂລກ; ພ້ອມທັງ ປະກົດມີຄົນໜຶ່ງ ຮຽກຮ້ອງບັນດາຜູ້ສະໜັບສະໜູນ IS ສວຍໃຊ້ບັນດາຜູ້ເມົາເຫຼົ້າ ແລະ ກຸ່ມຄົນໃນໂອກາດວັນບຸນ ຄຼິດສະມາດ ແລະ ປີໃໝ່ ເພື່ອໃຫ້ເກີດການເສຍຫາຍ ແລະ ຄວາມບາດເຈັບລົ້ມຕາຍ.

        ໃນວີດີໂອ, IS ກໍ່ຢ້ຳຄືນຄຳຮຽກຮ້ອງບັນດາເຄືອຂ່າຍສະໜັບສະໜູນໃນທົ່ວໂລກ ແນໃສ່ເປົ້າໝາຍແມ່ນບັນດານັກບວດຖືສາສະໜາຄຼິດ, ໃນນັ້ນ ມີສັນທະປະປາ Francis. IS ຊີ້ນຳຜູ້ເບິ່ງ ວີດີໂອ “ບຸກໂຈມຕີບັນດາໂບດຂອງຊາວຄຼິດ ຢູ່ເຂດທາງທິດຕາເວັນອອກ ແລະ ທິດດາເວັນຕົກ”. ມີມືປືນຄົນໜຶ່ງໄດ້ປິດໜ້າໄວ້ໃນວີດີໂອຖະແຫຼງວ່າ: “ພວກເຮົາຈະລຸກຮື້ຂຶ້ນຢູ່ດິນແດນ ຈາກ ວໍຊິງຕັນ ຕະຫຼອດຮອດ ມົດສະກູ, ຈາກເອີລົບ ຮອດ ຈີນ ແລະ ບໍ່ມີຫຍັງສາມາດສະກັດກັ້ນພວກເຮົາໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ