ISປະກາດບັນດາພວກປະຕິບັດການກໍ່ການຮ້າຍຢູ່ແບນຊິກກໍ່ແມ່ນຕົວການປະຕິບັດເຫດບຸກໂຈມຕີຢູ່ຝຣັ່ງ

ISປະກາດບັນດາພວກປະຕິບັດການກໍ່ການຮ້າຍຢູ່ແບນຊິກກໍ່ແມ່ນຕົວການປະຕິບັດເຫດບຸກໂຈມຕີຢູ່ຝຣັ່ງ - ảnh 1
ກຸ່ມທະຫານແຕກທັບຢູ່ຊານນະຄອນ Damacus, ຊີຣີ
(ພາບ: AP/TTXVN)

(vovworld) –  ​ໃນວາລະສານ “Dabiq” ດ້ວຍ​ພາສາ​ອັງກິດ ຂອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ສະບັບ​ອອກ​ວັນ​ທີ 13/4, ​​ໃຫ້​ຂ່າວ​ວ່າ: Khalid ​ແລະ Ibrahim El Bakraoui, ​ເຊິ່ງ​ແມ່ນ 2 ​ຄົນ​ທີ່​ປະຕິບັດ​​ເຫດວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ ​ເມື່ອ​ເດືອນ​ກ່ອນ, ​ໄດ້​ກະກຽມ​ອາວຸດ, ວັດຖຸ​ລະ​ເບີດ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍຄັ້ງຕ່າງໆຢູ່​ນະຄອນຫຼວງ ປາຣີ (ປະ​ເທດ ຝຣັ່ງ) ​ເມື່ອ​ເດືອນ 11/2015. ວາລະສານ​ສະບັບ​ນີ້​ຍັງ​​ໃຫ​້ຮູ້​ຕື່ມອີກ​ວ່າ: Najim Laachraoui, ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ພ້ອມ​ກັບ Ibrahim ຢູ່​ສະໜາມ​ບິນ Zaventem ​ນະຄອນຫຼວງ ບຣຸກ​ແຊນ, ກໍ່​ແມ່ນ​ຜູ້​ກະກຽມ​ວັດ​ຖຸລະ​ເບີດ​ໃຫ​້​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ປາຣີ ​ແລະ ບຣຸກ​ແຊນ. ​ແລະກໍ່​ໃນ​ວາລະສານ​ສະບັບ​ນີ້, IS ​​ຍອມຮັບ​ໄດ້​ດຳ​ເນີນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່​ນະຄອນຫຼວງ ປາຣີ ​ຂອງ ຝຣັ່ງ ​ເມື່ອ​ເດືອນ 11/2015 ​ເຮັດ​ໃຫ້ມີຜູ້​ເສຍ​ຊີວິດ 130 ຄົນ ​ແລະ ​ເຫດ​ກໍ່​ການ​ຮ້າຍ​ຄັ້ງ​ຕ່າງໆ​ຢູ່​ນະຄອນຫຼວງ ບຣຸກ​ແຊນ ​ເມື່ອ​ເດືອນ​ກ່ອນ​ເຮັ​ດ​ໃຫ້ 32 ຄົນ​ເສຍ​ຊີວິດ.


ຂ່າວ/ບົດ​ອື່ນ