JICA ມອບຢາຊີວະພາບຊ່ວຍ ຫວຽດນາມ ກວດພົບ nCoV ຢ່າງວ່ອງໄວ ແລະ ຊັດເຈນ

(VOVWORLD) -ວັນທີ 07 ກຸມພາ, ແຫຼງຂ່າວຈາກອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໃຫ້ຮູ້ວ່າ: ໄດ້ມອບຢາຊີວະພາບຊ່ວຍເຫຼືອລອັດທຳອິດ (ມູນຄ່າປະມານ 2,3 ລ້ານເຢັນ) ໃຫ້ແກ່ສະຖາບັນອະນາໄມກັນພະຍາດສູນກາງ ຫວຽດນາມ ແນໃສ່ຮັບມືຕໍ່ພະຍາດອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ (nCoV) ຢ່າງວ່ອງໄວ.
JICA ມອບຢາຊີວະພາບຊ່ວຍ ຫວຽດນາມ ກວດພົບ nCoV ຢ່າງວ່ອງໄວ ແລະ ຊັດເຈນ - ảnh 1 (ພາບປະກອບ / TTXVN)

        ຢາຊີວະພາບເຊິ່ງອົງການ JICA ຈະຊ່ວຍເຫຼືອໃຫ້ສະຖາບັນອະນາໄມກັນໂລກລະບາດສູນກາງທີ່ມີມູນຄ່າທັງໝົດປະມານ 14 ລ້ານເຢັນນັ້ນ, ລວມມີຢາຊີວະພາບຫລາຍຊະນິດ ເພື່ອປະຕິບັດບັນດາການວິໄຈ, ກວດພົບໄວຣັດສາຍພັນໃໝ່ນີ້ໄດ້ຢ່າງວ່ອງໄວ ແລະ ຊັດເຈນ.

        ປັດຈຸບັນຢູ່ ຫວຽດນາມ ໄດ້ກວດພົບ 13 ກໍລະນີຕິດເຊື້ອ nCoV, 3 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ; 90 ກໍລະນີທີ່ຖືກສົງໄສຕິດເຊື້ອ nCoV ພວມແຍກອອກຢູ່ຕ່າງຫາກ ແລະ ມີການຕິດຕາມຢ່າງໃກ້ຊິດ.

ຕອບກັບ

ຂ່າວ/ບົດ​ອື່ນ