JICAແລະດົ່ງນາຍເຊັນສັນຍາປະຕິບັດໂຄງການລະບາຍນ້ຳແລະບຳບັດນ້ຳເສຍເຂດຕົວເມືອງບຽນຮ່ວາ

JICAແລະດົ່ງນາຍເຊັນສັນຍາປະຕິບັດໂຄງການລະບາຍນ້ຳແລະບຳບັດນ້ຳເສຍເຂດຕົວເມືອງບຽນຮ່ວາ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 2/11, ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA) ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ທຶນຮອນ ແລະ ປະ​ຕິ​ບັດ​ໂຄງ​ການ​ລະ​ບາຍ​ນ້ຳ ແລະ ບຳ​ບັດ​ນ້ຳ​ເສຍ​ເຂດ​ຕົວ​ເມືອງ ບຽນ​ຮ່​ວາ ພາຍຫຼັງ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ 10 ປີ. ທີ່​ການ​ເຊັນ​ຂໍ້​ຕົກ​ລົງ​ລະ​ຫວ່າງ JICA ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ, ທ່ານ ເຈີ່ນ​ວັນ​ຫວີງ, ຮອງ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ ໃຫ້​ຮູ້​ວ່າ, ໂຄງ​ການລະ​ບາຍ​ນ້ຳ ແລະ ບຳ​ບັດ​ນ້ຳ​ເສຍ​ເຂດ​ຕົວ​ເມືອງ ບຽນ​ຮ່​ວາ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາ​ຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ນະ​ຄອນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ທົ່ວ​ພ​າກ​ພື້ນ​ອີກ​ດ້ວຍ. ແຂວງ ດົ່ງ​ນາຍ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ໂຄງ​ການ​ຜັ​ນ​ຂະ​ຫຍາຍ​ບັນ​ລຸ​ໄດ້ ແລະ ລື່ນ​ກາຍ​ຄວາມ​ກ້າວ​ໜ້າ. ພາຍຫຼັງ JICA ແລະ ດົງ​ນາຍ ເຊັນ​ບັນ​ດາ​ເນື້ອ​ໃນ​ການ​ປຶກ​ສາ​ຫາ​ລື, ອົງ​ການນ​ີ້​ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ ຍີ່​ປຸ່ນ ເພື່ອ​ເປັນ​ເອ​ກະ​ພາບ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ເຊັນ​ສັນ​ຍາ​ໃຫ້​ກູ້​ຢືມ​ທຶນ​ຜັນ​ຂະ​ຫຍາຍ​ໂຄງ​ການ.​


ຂ່າວ/ບົດ​ອື່ນ