Micro Dragon - ດາວທຽມໂດຍຊາວຫວຽດນາມປະດິດຈະຍິງຂຶ້ນວົງໂຄຈອນໃນເດືອນທັນວາ

(VOVWORLD) -ທ່ານປະລິຍາເອກ ຟ້າມແອງຕ໊ວນ, ຜູ້ອຳນວຍການໃຫຍ່ສູນອາວະກາດຫວຽດນາມ (VNSC) ສັງກັດສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໃຫ້ຮູ້ວ່າ

Micro Dragon - ດາວທຽມໂດຍຊາວຫວຽດນາມປະດິດຈະຍິງຂຶ້ນວົງໂຄຈອນໃນເດືອນທັນວາ - ảnh 1

 ດາວທຽມໂດຍຊາວຫວຽດນາມປະດິດຈະຍິງຂຶ້ນວົງໂຄຈອນໃນເດືອນທັນວາ

(ພາບ: VNSC)

ຄາດວ່າໃນທ້າຍເດືອນ ທັນວາ 2018, ດາວທຽມ Micro Dragon ໂດຍປະລິຍາໂທ 36 ຄົນອອກແບບ, ສະສົມ ແລະ ທົດລອງ ຈະໄດ້ຍິງຂຶ້ນວົງໂຄຈອນໂດຍລູກສອນໄຟ Epsilon (ຍີ່ປຸ່ນ). ນີ້ແມ່ນຈຸດພົ້ນເດັ່ນສຳຄັນໃນວິວິການພັດທະນາດາວທຽມ “Made in Vietnam” ໂດຍ VNSC ປະຕິບັດ.

        ຕາມການອອກແບບ, Micro Dragon ຈະເຄື່ອນໄຫວຢູ່ວົງໂຄຈອນຢ່າງໜ້ອຍສຸດເປັນເວລາ 1 ປີ ແລະ ອາດຈະແກ່ຍາວໄປເຖິງ 2 ປີ. ພາຍຫຼັງໄດ້ຍິງຂຶ້ນວົງໂຄຈອນ, Micro Dragon ມີໜ້າທີ່ສັງເກດເຂດແຄມທະເລ ເພື່ອຕີລາຄາຄຸນນະພາບນ້ຳທະເລ, ກຳນົດທີ່ຕັ້ງແຫຼ່ງສິນໃນນ້ຳ, ຕິດຕາມການປ່ຽນແປງຂອງບັນດາສະພາບການທີ່ເກີດຂຶ້ນຢູ່ເຂດແຄມທະເລ… ເພື່ອຮັບໃຊ້ໃຫ້ແກ່ຂະແໜງລ້ຽງ, ປູກສິນໃນນ້ຳຫວຽດນາມ.

        ຕາມແຜນການ, ອົງການການບິນອາວະກາດຍີ່ປຸ່ນ ຈະປະກາດແຜນການຍິງດາວທຽມດັ່ງກ່າວໃນວັນທີ 20 ຕຸລາ ຈະມາເຖິງຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ