Mining Vietnam 2018 - ຂົວເຊື່ອມຕໍ່ແລກປ່ຽນການຄ້າໃຫ້ແກ່ບັນດາວິສາຫະກິດຂຸດຄົ້ນແຮ່ທາດ

(VOVWORLD) -ງານວາງສະແດງ Mining Vietnam 2018 ມີການເຂົ້າຮ່ວມຂອງ 137 ວິສາຫະກິດ ມາຈາກ 18 ປະເທດ ແລະ ເຂດແຂວ້ນ

Mining Vietnam 2018 - ຂົວເຊື່ອມຕໍ່ແລກປ່ຽນການຄ້າໃຫ້ແກ່ບັນດາວິສາຫະກິດຂຸດຄົ້ນແຮ່ທາດ - ảnh 1 ແຂກມາທ່ຽວຊົມສິນຄ້າຢູ່ງານວາງສະແດງ

(ພາບ:VOV)

ຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂງານວາງສະແດງສິນຄ້າສາກົນຄັ້ງທີ 4 ກ່ຽວກັບຂະແໜງອຸດສາຫະກຳຂຸດຄົ້ນແຮ່ທາດ ແລະ ຟື້ນຟູແຫຼ່ງຊັບພະຍາກອນແຮ່ທາດ (Mining Vietnam 2018), ໂດຍບໍລິສັດ UBM ASIA ສົມທົບກັບບໍລິສັດຈັດຕັ້ງງານວາງສະແດງຈຳກັດ ຂຶ້ນກັບຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI) ຈັດຕັ້ງຂຶ້ນ.

        ງານວາງສະແດງ Mining Vietnam 2018 ມີການເຂົ້າຮ່ວມຂອງ 137 ວິສາຫະກິດ ມາຈາກ 18 ປະເທດ ແລະ ເຂດແຂວ້ນ, ໃນນັ້ນ, ມີ 9 ກຸ່ມຮ້ານວາງສະແດງສາກົນມາຈາກປະເທດອັງກິດ, ສ.ແຊັກ, ເຢຍລະມັນ, ສິງກະໂປ, ຈີນ ແລະ ອົດສະຕາລີ… ບັນດາຜະລິດຕະພັນໄດ້ວາງສະແດງຕາມແຕ່ລະຂົງເຂດຄື: ພາຫະນະອຸປະກອນ, ເຄື່ອງຈັກ, ອຸດສາຫະກຳບໍລິການຮັບໃຊ້ໃຫ້ບັນດາການເຄື່ອນໄຫວຂຸດຄົ້ນແຮ່ທາດ ແລະ ອື່ນໆ.

        ງານວາງສະແດງ Mining Vietnam 2018 ໄດ້ດຳເນີນພາຍໃນ 03 ວັນ ໃນລະຫວ່າງວັນທີ  18  - 20 ເມສາ, ອັນໄດ້ດຶງດູດຄວາມສົນໃຈຈາກຫຼາຍວິສາຫະກິດ ແລະ ຜູ້ຈຳໜ່າຍແຖວໜ້າຄື: Volvo, PET, Tamiha, Tsurumi, Vinza, YHI, Weir Minerals ແລະອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ