NATO ຈະ​ບໍ່​ມອບ​ຖາ​ນະ​ເປັນ​ສະ​ມາ​ຊິກ​ໃຫ້​ແກ່​ຢູ​ແກຼນ ໃນ​ກອງ​ປະ​ຊຸມ​ສຸດຍອດ​ຈະ​ມາ​ເຖິງ

(VOVWORLD) - ທ່ານເລຂາທິການໃຫຍ່ Jens Stoltenberg ຢັ້ງຢືນວ່າ NATO ຈະບໍ່ປຶກສາຫາລືເລື່ອງຈະອອກຄຳເຊື້ອເຊີນເຂົ້າເປັນສະມາຊິກຢ່າງເປັນທາງການຂອງ Kiev ຢູ່ກອງປະຊຸມສຸດຍອດ Vilnius (Litva).

ແລກປ່ຽນກັບວົງການນັກຂ່າວພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ແບັກແລງ, ເຢຍລະມັນ, ວັນທີ 19 ມິຖຸນາ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ຢັ້ງຢືນວ່າ NATO ຈະບໍ່ປຶກສາຫາລືເລື່ອງຈະອອກຄຳເຊື້ອເຊີນເຂົ້າເປັນສະມາຊິກຢ່າງເປັນທາງການຂອງ Kiev ຢູ່ກອງປະຊຸມສຸດຍອດ Vilnius (Litva) ທີ່ໄດ້ດຳເນີນໃນກາງເດືອນກໍລະກົດຈະມາເຖິງ. ຕາມທ່ານເລຂາທິການໃຫຍ່ Jens Stoltenberg ແລ້ວ, ບັນດາການນຳ NATO ພຽງແຕ່ປຶກສາຫາລືກ່ຽວກັບວິທີການ “ຮັດແໜ້ນການພົວພັນທາງການເມືອງກັບ ຢູແກຼນ” ຢູ່ກອງປະຊຸມຄັ້ງນີ້, ຕາມນັ້ນແລ້ວອາດຈະນຳມາເຊິ່ງຖານະບົດບາດທີ່ມີຄວາມສະເໝີພາບກ່ວາອີກໃຫ້ແກ່ ຢູແກຼນ ໃນວິວັດການ “ປຶກສາຫາລື ແລະ ຕັດສິນໃຈກ່ຽວກັບບັນດາບັນຫາຄວາມໝັ້ນຄົງ”. ໄປຄຽງຄູ່ກັນນັ້ນ, ທ່ານເລຂາທິການໃຫຍ່ Jens Stoltenberg ກໍ່ໃຫ້ຮູ້ວ່າ ການປະທະກັນພວມດຳເນີນລະຫວ່າງ ຢູແກຼນ ແລະ ລັດເຊຍບໍ່ຄວນຢຸດຕິໃນໄລຍະປັດຈຸບັນ ເຊິ່ງຕ້ອງຊອກຫາວິທີການຢ່າງມີຄວາມສະເໝີພາບໃຫ້ແກ່ທຸກຝ່າຍ. ກ່ອນໜ້ານັ້ນ, ໃນວັນທີ 17 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Joe Biden ກໍ່ປະກາດວ່າ ວໍຊິງຕັນ ຈະບໍ່ຫັນວິວັດທະນາການເຂົ້າເປັນສະມາຊິກ NATO ຂອງຢູແກຼນ ເປັນງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ