NATO ຕໍ່​ກຳ​ນົດ​ເວ​ລາ​ອາ​ຍຸ​ການ​ສຳ​ລັບ​ທ່ານ​ເລຂາ​ທິ​ການ​ໃຫຍ່ Jens Stoltenberg

(VOVWORLD) - ທ່ານເລຂາທິການໃຫຍ່ Jens Stoltenberg ສະແດງຄວາມເປັນກຽດເມື່ອໄດ້ຮັບຂໍ້ຕົກລົງຕໍ່ກຳນົດເວລາຮອດວັນທີ 1 ຕຸລາ 2024.
NATO ຕໍ່​ກຳ​ນົດ​ເວ​ລາ​ອາ​ຍຸ​ການ​ສຳ​ລັບ​ທ່ານ​ເລຂາ​ທິ​ການ​ໃຫຍ່ Jens Stoltenberg - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: AFP/TTXVN)

ວັນທີ 4 ກໍລະກົດ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ຕົກລົງຕໍ່ກຳນົດເວລາອາຍຸການຂອງທ່ານເລຂາທິການໃຫຍ່ Jens Stoltenberg ຕື່ມອີກ 1 ປີ.

        ໃນສື່ສັງຄົມອອນລາຍ Twitter, ທ່ານເລຂາທິການໃຫຍ່ Jens Stoltenberg ສະແດງຄວາມເປັນກຽດເມື່ອໄດ້ຮັບຂໍ້ຕົກລົງຕໍ່ກຳນົດເວລາຮອດວັນທີ 1 ຕຸລາ 2024. ທ່ານເນັ້ນໜັ້ກວ່າ ການພົວພັນຂ້າມອັດລັງຕິກເໜືອ ລະຫວ່າງເອີຣົບ ແລະ ອາເມລິກາເໜືອ ໄດ້ຊ່ວຍຮັບປະກັນສິດເສລີ ແລະ ຄວາມໝັ້ນຄົງໃນພາກພື້ນ ໃນໄລຍະເວລາເກືອບ 75 ປີ. ຕາມທ່ານແລ້ວ, ໃນສະພາບການໂລກ ປະເຊີນໜ້າກັບສິ່ງທ້າທາຍນາໆປະການນັ້ນ, ສຳພັນທະມິດ NATO ພວມນັບມື້ນັບສວມບົດບາດສຳຄັນກວ່າເວລາໃດໝົດ.


ຕອບກັບ

ຂ່າວ/ບົດ​ອື່ນ