NATO ​ແລະ ບັນດາ​ປະ​ເທ​ດ ​ເອີຣົບ ກ່າວ​ປະນາມ​ເຫດ ອີຣານ ບຸກ​ໂຈມ​ຕີ​​ໃສ່​ຖານ​ທີ່ໝັ້ນ ຢູ່ ອີຣັກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnsonຮຽກຮ້ອງວ່າ: ອີຣານ ບໍ່ຄວນດໍາເນີນການບຸກໂຈມຕີທີ່ອັນຕະລາຍຄືແນວນີ້ອີກຕໍ່ໄປ, ແທນທີ່ນັ້ນ ແມ່ນຄວນຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ໂດຍດ່ວນ”.
NATO ​ແລະ ບັນດາ​ປະ​ເທ​ດ ​ເອີຣົບ ກ່າວ​ປະນາມ​ເຫດ ອີຣານ ບຸກ​ໂຈມ​ຕີ​​ໃສ່​ຖານ​ທີ່ໝັ້ນ ຢູ່ ອີຣັກ - ảnh 1ທ່ານ  Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (ພາບ: THX/TTXVN )

        ວັນທີ 8 ມັງກອນ, ທ່ານ  Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ອອກຖະແຫຼງການກ່າວປະນາມບັນດາເຫດບຸກໂຈມຕີດ້ວຍລູກສອນໄຟ ຂອງ ອີຣານ ໃນຮຸ່ງເຊົ້າຂອງວັນດຽວກັນ ເພື່ອແນໃສ່ບັນດາຖານທີ່ໝັ້ນການທະຫານ ທີ່ມີພົນທະຫານຂອງ ອາເມລິກາ ພວມປະຈໍາການ ຢູ່ ອີຣັກ. ໃນຖະແຫຼງການຂອງຕົນ, ທ່ານ Jens Stoltenberg ຮຽກຮ້ອງໃຫ້ ອີຣານ ຈົ່ງອົດກັ້ນ. ໂດຍມີທັດສະນະດຽວກັນກັບ ທ່ານເລຂາທິການໃຫຍ່ NATO, ເມື່ອກ່າວຄໍາເຫັນກັບວົງການນັກຂ່າວ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ເນັ້ນໜັກວ່າ ບັນດາຝ່າຍຈົ່ງອົດກັ້ນ ແລະ ລົບລ້າງການກໍ່ຄວາມເຕັ່ງຕຶງຕື່ມອີກ, ຫາກຕ້ອງມຸ່ງໄປສູ່ການເຈລະຈາກັນ”.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ກໍໄດ້ກ່າວປະນາມເຫດບຸກໂຈມຕີຂອງອີຣານ ແນໃສ່ໂຕ້ຕອບ ອາເມລິກາ ເມື່ອດໍາເນີນເຫດບຸກໂຈມຕີທາງອາກາດໃສ່ສະໜາມບິນສາກົນ Baghdad, ປະເທດ ອີຣັກ ເມື່ອວັນທີ 3 ຜ່ານມາ. ທ່ານຮຽກຮ້ອງວ່າ: ອີຣານ ບໍ່ຄວນດໍາເນີນການບຸກໂຈມຕີທີ່ອັນຕະລາຍຄືແນວນີ້ອີກຕໍ່ໄປ, ແທນທີ່ນັ້ນ ແມ່ນຄວນຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ໂດຍດ່ວນ”.


ຕອບກັບ

ຂ່າວ/ບົດ​ອື່ນ