ທ່ານ Mikhail Mitshustin ສື​ບ​ຕໍ່​ເປັນ​ນາຍ​ົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງເຊັນດຳລັດວ່າດ້ວຍການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ.


ທ່ານ Mikhail Mitshustin ສື​ບ​ຕໍ່​ເປັນ​ນາຍ​ົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ - ảnh 1ການໃຫ້ສັດຕະຍາບັນຜູ້ຮັບສະໝັກເລືອກຕັ້ງ ນາຍົກລັດຖະມົນຕີ ຢູ່ ສະພາຕ່ຳ (ພາບ: Ria Novosti)

ວັນທີ 10 ພຶດສະພາ, ທີ່ວາລະປະຊຸມຄົບຄະນະ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະພາຕ່ຳ ລັດເຊຍ ໄດ້ປ່ອນບັດໃຫ້ສັດຕະຍາບັນການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ, ຕາມການສະເໜີເລືອກຕັ້ງຂອງທ່ານປະທານາທິບໍດີ Vladimir Putin. ທ່ານ Mikhail Mishustin ຊີ້ແຈ້ງ 6 ຂົງເຂດເຊິ່ງ ລັດຖະບານຊຸດໃໝ່ຈະສຸມໃສ່ຜັນຂະຫຍາຍ. ນັ້ນແມ່ນ: ປັບປຸງພື້ນຖານເສດຖະກິດ; ຮັບປະກັນລິຂະສິດເຕັກໂນໂລຢີ; ຫັນປ່ຽນເຕັກນິກດີຈີຕອນ; ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ແລະ ໜູນຊ່ວຍບັນດາຄອບຄົວທີ່ມີລູກນ້ອຍ; ປົວແປງສະຫວັດດີການຂອງປະຊາຊົນ; ພັດທະນາຄວາມດຸ່ນດ່ຽງລະຫວ່າງບັນດາເຂດ ແລະ ພື້ນຖານໂຄງລ່າງ.

              ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງເຊັນດຳລັດວ່າດ້ວຍການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ.

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ