OIC ອອກຖະແຫຼງການຮຽກຮ້ອງສາກົນຮັບຮອງ Jerusalem ຕາເວັນອອກເປັນນະຄອນຫລວງ ປາແລັດສະຕິນ

(VOVWORLD) - ວັນທີ 13 ທັນວາ ທີ່ກອງປະຊຸມສຸດຍອດອົງການຮ່ວມມືອິດສະລາມ (OIC) ດຳເນີນຢູ່ ອິດສະຕານບູນ ປະເທດ ຕວກກີ,
OIC ອອກຖະແຫຼງການຮຽກຮ້ອງສາກົນຮັບຮອງ Jerusalem ຕາເວັນອອກເປັນນະຄອນຫລວງ ປາແລັດສະຕິນ - ảnh 1 OIC ອອກຖະແຫຼງການຮຽກຮ້ອງສາກົນຮັບຮອງ Jerusalem ຕາເວັນອອກເປັນນະຄອນຫລວງ ປາແລັດສະຕິນ (ພາບ: AFP)

ການນຳກ່ວາ 50 ປະເທດສະມາຊິກໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງປະຊາຄົມສາກົນຮັບຮອງ Jerusalem ຕາເວັນອອກເປັນນະຄອນຫລວງຂອງ ປາແລັດສະຕິນ. ບັນດາການນຳອິດສະລາມຖືຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ ແມ່ນ “ບໍ່ມີຜົນສັກສິດດ້ານນິຕິກຳ” ແລະ ແມ່ນ “ການທຳລາຍບັນດາຄວາມມານະພະຍາຍາມສັນຕິພາບ”, ສ້າງໂອກາດຊຸກຍູ້ “ລັດທິຫົວຮຸນແຮງ ແລະ ກໍ່ການຮ້າຍ”. ຖະແຫຼງການກໍ່ໃຫ້ຮູ້ວ່າ: ກອງປະຊຸມ OIC ຖືການກະທຳຂອງທ່ານປະທານາທິບໍດີ Trump ຄື: “ຄຳປະກາດກ່ຽວກັບການຖອນ ອາເມລິກາ ອອກຈາກບົດບາດເປັນນັກອຸປະຖຳຂອງວິວັດທະນາການສັນຕິພາບ” ຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ