OPEC+ ມຸ່ງໄປເຖິງຄວາມເປັນປົກກະຕິຂອງຕະຫຼາດນ້ຳມັນທົ່ວໂລກ

(VOVWORLD) -   ກ່າວຄຳເຫັນໃນເຫດການຢູ່ນະຄອນຫຼວງ Riyadh, ເຈົ້າຊາຍ Abdulaziz bin Salman ໄດ້ຕີລາຄາວ່າຂໍ້ຕົກລົງຫລຸດຜ່ອນນ້ຳມັນ 2 ລ້ານຖັງ/ວັນ ຂອງ OPEC+ ແມ່ນການຕັດສິນທີ່ຖືກຕ້ອງ
 
OPEC+ ມຸ່ງໄປເຖິງຄວາມເປັນປົກກະຕິຂອງຕະຫຼາດນ້ຳມັນທົ່ວໂລກ - ảnh 1ເຈົ້າຊາຍ Abdulaziz bin Salman, ລັດຖະມົນຕີ ກະຊວງພະລັງງານ ອາຣັບບິ ຊາອຸດິ
(ພາບ:AFP/TTXVN)

ວັນທີ 11 ທັນວາ, ເຈົ້າຊາຍ Abdulaziz bin Salman, ລັດຖະມົນຕີ ກະຊວງພະລັງງານ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ພ້ອມກັບບັນດາປະເທດຄູ່ຮ່ວມມື (ຍັງເອີ້ນວ່າ OPEC+), ວາງເປົ້າໝາຍຫລຸດຜ່ອນບັນດາການຫັນປ່ຽນໃນຕະຫຼາດນ້ຳມັນ ແລະ ຈະສືບຕໍ່ສຸມໃສ່ຮັກສາຕະຫຼາດເປັນປົກກະຕິໃນປີ 2023.

        ກ່າວຄຳເຫັນໃນເຫດການຢູ່ນະຄອນຫຼວງ Riyadh, ເຈົ້າຊາຍ Abdulaziz bin Salman ໄດ້ຕີລາຄາວ່າຂໍ້ຕົກລົງຫລຸດຜ່ອນນ້ຳມັນ 2 ລ້ານຖັງ/ວັນ ຂອງ OPEC+ ແມ່ນການຕັດສິນທີ່ຖືກຕ້ອງ, ໂດຍອີງໃສ່ບັນດາການຜັນແປມໍ່ໆມານີ້. ທີ່ການປະຊຸມໃນວັນທີ 5 ຕຸລາ, OPEC+, ສະຫະພັນເຊິ່ງລວມມີ 23 ປະເທດສົ່ງອອກນ້ຳມັນ ໄດ້ຕົກລົງຫລຸດຜ່ອນປະລິມານນ້ຳມັນ 2 ລ້ານຖັງ/ວັນ ນັບແຕ່ເດືອນ ພະຈິກ 2022 ຮອດທ້າຍປີ 2023, ຍ້ອນມີຄວາມວິຕົກວັງວົນກ່ຽວກັບການຊຸດໂຊມດ້ານເສດຖະກິດທົ່ວໂລກ.

        ທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບິ ຊາອຸດິ ຢັ້ງຢືນ ທຸກໆສະມາຊິກຂອງ OPEC+, ເຊິ່ງນຳໜ້າແມ່ນ ອາຣັບບິ ຊາອຸດິ ແລະ ລັດເຊຍ, ໄດ້ເຂົ້າຮ່ວມວິວັດການອອກຂໍ້ຕົກລົງສະບັບນີ້. ການກະທຳຂອງກຸ່ມຮຽກຮ້ອງຕ້ອງມີຄວາມເປັນເອກະພາບ. ດັ່ງນັ້ນ, ທຸກໆສະມາຊິກຂອງ OPEC+, ເຖິງວ່າແມ່ນນັກຜະລິດໃຫຍ່ ຫຼື ນ້ອຍ, ກໍ່ຕາມກໍ່ລ້ວນແຕ່ແມ່ນສ່ວນໜຶ່ງຂອງວິວັດການຕັດສິນ.

ຕອບກັບ

ຂ່າວ/ບົດ​ອື່ນ