SEA Games 32: ກຳປູເຈຍ ກະກຽມໃຫ້ພິທີຂໍໄຟ ແລະ ແຫ່ທວນໄຟ

(VOVWORLD) -ຄາດວ່າ, SEA Games 32: ຈະຈັດຂຶ້ນແຕ່ວັນທີ 05 – 17 ພຶດສະພາ, ໃນຂະນະທີ່, ASEAN Para Games ຈະຈັດຂຶ້ນແຕ່ວັນທີ 03-09 ມິຖຸນາ ຢູ່ ກຳປູເຈຍ.
SEA Games 32: ກຳປູເຈຍ ກະກຽມໃຫ້ພິທີຂໍໄຟ ແລະ ແຫ່ທວນໄຟ - ảnh 1SEA Games 32: ຈະຈັດຂຶ້ນແຕ່ວັນທີ 05 – 17 ພຶດສະພາ
(ພາບປະກອບ: TTXVN)

        ວັນທີ 06 ມີນາ, ຢູ່ ພະນົມເປັນ, ຄະນະກຳມະການແຫ່ງຊາດຈັດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32) ແລະ ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ASEAN Para Games 12) ຂອງກຳປູເຈຍ ໄດ້ຈັດກອງປະຊຸມກ່ຽວກັບແຜນການລະອຽດສຳລັບພິທີຂໍໄຟ ແລະ ແຫ່ທວນໄຟ. ຕາມນັ້ນແລ້ວ, ພິທີຂໍໄຟເພື່ອໃຕ້ທວນໄຟຈະເລີ່ມຈັດຂຶ້ນຢູ່ແຂວງ Siem Reap. ຕາມລາຍການ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາ ຈັກກຳປູເຈຍ ຈະເປັນປະທານພິທີຂໍໄຟໃຕ້ທວນໄຟໃນວັນທີ 21 ມີນາ ຢູ່ເຂດສິ່ງມະຫັດສະຈັນທີ່ມີຊື່ສຽງໃນໂລກ Angkor Wat. ວັນທີ 22 ມີນາ, ທວນໄຟຈະເດີນທາງອອກຈາກ ກຳປູເຈຍ ແລະ ສືບຕໍ່ໄປຍັງບັນດາປະເທດ ອາຊຽນ, ກ່ອນທີ່ກັບເມືອ ກຳປູເຈຍ ໃນວັນທີ 27 ເມສາ.

        ຄາດວ່າ, SEA Games 32: ຈະຈັດຂຶ້ນແຕ່ວັນທີ 05 – 17 ພຶດສະພາ, ໃນຂະນະທີ່, ASEAN Para Games ຈະຈັດຂຶ້ນແຕ່ວັນທີ 03-09 ມິຖຸນາ ຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ