Standard Chartered ຄາດຄະເນການເຕີບໂຕ GDP ຫວຽດນາມ ບັນລຸ 6,8% ໃນປີ 2018

(VOVWORLD) - ບັນດາດັດຊະນີເສດຖະກິດມະຫາພາກຂອງ ຫວຽດນາມ ເກືອບທັງໝົດລ້ວນແຕ່ໄດ້ຮັບການປັບປຸງໃນປີ 2017

ວັນທີ 17 ມັງກອນ, ທະນາຄານ Standard Chartered ປະຈຳ ນະຄອນ ໂຮ່ຈີມິນ ປະກາດຄາດຄະເນພື້ນຖານເສດຖະກິດ ຫວຽດນາມ ຈະເຕີບໂຕຢ່າງແຮງໃນປີ 2018 ດ້ວຍລະດັບ 6,8%.

        ທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ ແລະ ກຸ່ມ  5 ປະເທດ ອາຊຽນ ແລະ ອາຊີໃຕ້, ຖືວ່າ: ບັນດາດັດຊະນີເສດຖະກິດມະຫາພາກຂອງ ຫວຽດນາມ ເກືອບທັງໝົດລ້ວນແຕ່ໄດ້ຮັບການປັບປຸງໃນປີ 2017. ຜ່ານນັ້ນ, ຊ່ວຍໃຫ້ ຫວຽດນາມຫລຸດຜ່ອນຄວາມສ່ຽງຂາດສະຖຽນລະພາບຂອງຕະຫຼາດໃຫ້ຢູ່ໃນລະດັບຕ່ຳສຸດ, ເພີ່ມທະວີລັກສະນະແກ່ງແຍ້ງ ໃນການສົ່ງອອກ ເມື່ອທຽບໃສ່ພື້ນຖານເສດຖະກິດ ອາຊຽນ ອື່ນໆ. ພິເສດ, ບັນດາຂົງເຂດດຶງດູດເງິນລົງທຶນຈາກຕ່າງປະເທດ (FDI), ກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ບັນດານະໂຍບາຍຂອງທະນາຄານແຫ່ງລັດ ຫວຽດນາມ… ໄດ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມວິສາຫະກິດ ແລະ ຊຸກຍູ້ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດເຕີບໂຕໄວທີ່ສຸດຢູ່ ອາຊີໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ