UNESCO ນຳສະຖານທີ4ແຫ່ງເຂົ້າບັນຊີລາຍຊື່ມໍລະດົກໂລກ

UNESCO ນຳສະຖານທີ4ແຫ່ງເຂົ້າບັນຊີລາຍຊື່ມໍລະດົກໂລກ - ảnh 1
​ລະ​ບົບ​ຫົດ​ນ້ຳ​ບູ​ຮານ ອີ​ຣານ
(ພາບ: sggp.org.vn)

(vovworld) - ​ລະ​ບົບ​ຫົດ​ນ້ຳ​ບູ​ຮານ ອີ​ຣານ, ພ​ູ​ຫີນ ຮ​ວາ​ຊານ ຢູ່​ຈີນ, ມະ​ຫາ​ວິ​ທະ​ຍາ​ໄລ​ພຸດ​ທະ​ສາ​ສະ​ໜາ Nalanda ຢູ່​ອິນ​ເດຍ ແລະ ນະ​ຄອນ​ຫີນ​ບູ​ຮານ Nan Madol ຢູ່ Micronesia ແມ່ນ​ເຂດ​ທັດ​ສະ​ນີ​ຍະ​ພາບ​ໃໝ່ 4 ແຫ່ງເຊິ່ງ ອົງ​ການ​ສຶກ​ສາ​ວິ​ທະ​ຍາ​​ສາດ ແລະ ວັດ​ທະ​ນະ​ທຳສ​ປ​ຊ (UNESCO) ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ. ວັນ​ທີ 15/07, ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 70 ຂອງ ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ເຊິ່ງ​ດຳ​ເນີນ​ຢູ່ Istanbul, ປະ​ເທດ​ຕ​ວກ​ກີ, ພາຍ​ຫຼ​ັງ​ພິ​ຈາ​ລະ​ນາ​ສະ​ເໜີ​​ນຳ​ສະ​ຖານ​ທີ່ 29 ແຫ່ງ​ເຂົ້າ​ບັນ​ຊີ​ລາຍ​ຊື່ມ​ໍ​ລະ​ດົກ​ໂລກ, ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ໄດ້​ເຫັນ​ດີ​ນຳ​ເຂດທັດ​ສະ​ນີ​ຍະ​ພາບ 4 ແຫ່ງ​ເຂົ້າ​ບັນ​ຊີ​ລາຍ​ຊື່ມ​ໍ​ລະ​ດົກ​ໂລກ.

ຂ່າວ/ບົດ​ອື່ນ