UNESCO ສະເໜີແຂວງເກີນເທີນຳໃຊ້ຮູບແບບການທ່ອງທ່ຽວເຂດຊຸມຊົນ

UNESCO ສະເໜີແຂວງເກີນເທີນຳໃຊ້ຮູບແບບການທ່ອງທ່ຽວເຂດຊຸມຊົນ - ảnh 1
ຕະຫຼາດ ກ໋າຍ​ຣັງ ຢູ່ ເກີນ​ເທີ

(vovworld) – ​​​ວັນ​ທີ 14/12, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກີນ​ເທີ ມີ​ການ​ເຮັດ​ວຽກ​ກັບ​ຜູ້​ຕາງ​ໜ້າ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສ​າດ ແລະ ວັດ​ທະ​ນະ​ທຳ​ຂອງ ສ​ປ​ຊ (UNESCO) ກ່ຽວ​ກັບ​ມາດ​ຕະ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ຂຸດ​ຄົ້ນ​ບັນ​ດາ​ມູນ​ຄ່າ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຫັນ​ເປັນ​ຕົວ​ເມືອງ. ທ່ານ​ນາງ ຟ້າມ​ທິ​ແທງ​ເຮື່ອງ, ຜູ້​ຕາງ​ໜ້າ​ຄະ​ນະ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຂອງ UNESCO ຫວຽດ​ນາມ ໃຫ້​ຮູ້​ວ່າ: ໝາກ​ຜົນ​ຂອງ​ການ​ສຳຫຼວດ​ຂອງ UNESCO ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຈຸ​ບັນ, ເກີນ​ເທີ ພວມ​ພັດ​ທະ​ນາ​ຖືກ​ທິດ​ເມື່ອ​ສຸມ​ໃສ່​ຂຸດ​ຄົ້ນ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ອະ​ນຸ​ຍາດ​ໃຫ້​ແຂກ​ທ່ອງ​ທ່ຽ​ວ​ໄດ້​​ສຳ​ພັດ​ໂດຍ​ກົງ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ, ຜ່ານນັ້ນ​ໄດ້​ໂຄ​ສະ​ນາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ  ຫວຽດ​ນາມ ອອກ​ສູ່​ໂລກ. ຜູ້​ຕາງ​ໜ້າ​ຄະ​ນະ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຂອງ UNESCO ຫວຽດ​ນາມ ໄດ້​ສະ​ເໜີ​ແຂວງ ເກີນ​ເທີ ຕ້ອງ​ໝູນ​ໃຊ້​ຍຸດ​ທະ​ສາດ​ແຫ່ງ​ຊາດ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​​ເຂດ​ຊຸມ​ຊົນ” ໂດຍ UNESCO ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ປະ​ຕິ​ບັດ. ນີ້​ແມ່ນ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ໃຫ້​ປຶກ​ສາ, ຝຶກ​ອົບ​ຮົມ, ໜູນ​ຊ່ວຍ​ປະ​ຊາ​ຊົນ, ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ຍົກ​ສູງ​ສີ​ມື​​ການ​ຊ່າງ, ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ຜ່ານ​ການ​ສ້າ​ງ​ຕັ້ງ ແລະ ບໍ​ລິ​ຫານ​ບັນ​ດາ​ສ​ະ​ຫະ​ພັນ​ສະ​ຫະ​ກອນ​ທ່ອງ​ທ່ຽວ​ເອງ. 


ຂ່າວ/ບົດ​ອື່ນ