UNHCR: ໃນ​ປີ 2020 ຈຳ​ນວນ​ປະ​ຊາ​ກອນ​ ​ຕ້ອງ​ໄປອົບ​ພະ​ຍົບ​ ຂຶ້ນ​ເຖິງຕົວ​ເລກ 80 ລ້ານ​ຄົນ

(VOVWORLD) -ສະພາບການໃຊ້ຄວາມຮຸນແຮງ ແລະ ຖືກທາລຸນ ໄດ້ເຮັດໃຫ້ຈຳນວນປະຊາກອນຕ້ອງໄປອົບພະຍົບໃນປີ 2020 ແມ່ນຂຶ້ນເຖິງລະດັບ 80 ລ້ານຄົນ.
UNHCR: ໃນ​ປີ 2020 ຈຳ​ນວນ​ປະ​ຊາ​ກອນ​ ​ຕ້ອງ​ໄປອົບ​ພະ​ຍົບ​ ຂຶ້ນ​ເຖິງຕົວ​ເລກ 80 ລ້ານ​ຄົນ - ảnh 1(ພາບປະກອບ: hanoitv.vn) 

        ວັນທີ 9 ທັນວາ, ຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຄົນລີ້ໄພ (UNHCR) ໃຫ້ຮູ້ວ່າ ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງຢຸດຍິງ ແລະ ໂລກລະບາດໂຄວິດ - 19, ສະພາບການໃຊ້ຄວາມຮຸນແຮງ ແລະ ຖືກທາລຸນ ໄດ້ເຮັດໃຫ້ຈຳນວນປະຊາກອນຕ້ອງໄປອົບພະຍົບໃນປີ 2020 ແມ່ນຂຶ້ນເຖິງລະດັບ 80 ລ້ານຄົນ.

        ທ່ານ Filippo Grandi, ຫົວໜ້າ UNHCR ຖືວ່າ ໂລກ ພວມຜ່ານຜ່າໄລຍະຫຍຸ້ງຍາກ ແລະ ສິ່ງດັ່ງກ່າວຈະສືບຕໍ່ເກີດຂຶ້ນໄປ ຈົນຮອດເວລາໃດທີ່ການນຳບັນດາປະເທດໃນໂລກຢຸດຕິສົງຄາມຕ່າງໆ.

        UNHCR ຖືວ່າ ແທນທີ່ຫຼຸດຜ່ອນການປະທະກັນ, ໂຄວິດ - 19 ໄດ້ “ມ້າງເພທຸກແງ່ມູມຊີວິດມະນຸດ ແລະ ເຮັດໃຫ້ບັນດາສິ່ງທ້າທາຍໃນປັດຈຸບັນສຳລັບຜູ້ທີ່ຕ້ອງໄປອົບພະຍົບ ແລະ ຜູ້ບໍ່ມີສັນຊາດ ຮ້າຍແຮງຂຶ້ນຕື່ມ”. ຊາວລີ້ໄພ ກໍຍາກທີ່ຈະໄປເຖິງເຂດພັກອາໄສທີ່ປອດໄພກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ