UNMISS ມອບຫຼຽນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໃຫ້​ແກ່​ນາຍ​ຕຳ​ຫຼວດ ຫວຽດ​ນາມ 3 ​ທ່ານ

(VOVWORLD) - ນາຍຕຳຫຼວດ 3 ທ່ານລວມມີ: ທ່ານ ພັນເອກ ເລກວັກຮູຍ, ທ່ານ ພັນໂທ ຫວູວຽດຮູ່ງ, ທ່ານ ພັນຕີ ນາງ ເລືອງທິຈ່າວິງ ໄດ້ຮັບຫຼຽນກາເພື່ອແນໃສ່ຢັ້ງຢືນບັນດາຜົນງານທີ່ດີເດັ່ນຂອງແຕ່ລະຄົນ ຕໍ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ.
UNMISS ມອບຫຼຽນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໃຫ້​ແກ່​ນາຍ​ຕຳ​ຫຼວດ ຫວຽດ​ນາມ 3 ​ທ່ານ - ảnh 1ນາຍຕຳຫຼວດ ຫວຽດນາມ 3 ທ່ານ ໄດ້ຮັບຫຼຽນກາຮັກສາສັນຕິພາບ ສປຊ  (ພາບ: TTXVN)

ວັນທີ 4 ຕຸລາ, ຢູ່ຖານທີ່ໝັ້ນຢູ່ນະຄອນ Juba, ຄະນະປະຕິບັດການຮັກສາສັນຕິພາບ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ຈັດພິທີມອບຫຼຽນກາຮັກສາສັນຕິພາບ ສປຊ ໃຫ້ແກ່ນາຍຕຳຫຼວດ 3 ທ່ານ ຂຶ້ນກັບກຸ່ມປະຕິບັດງານ ກະຊວງຕຳຫຼວດ ຫວຽດນາມ ທີ່ເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ນາຍຕຳຫຼວດ 3 ທ່ານລວມມີ: ທ່ານ ພັນເອກ ເລກວັກຮູຍ, ທ່ານ ພັນໂທ ຫວູວຽດຮູ່ງ, ທ່ານ ພັນຕີ ນາງ ເລືອງທິຈ່າວິງ ໄດ້ຮັບຫຼຽນກາເພື່ອແນໃສ່ຢັ້ງຢືນບັນດາຜົນງານທີ່ດີເດັ່ນຂອງແຕ່ລະຄົນ ຕໍ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ. ກ່າວຄຳເຫັນທີ່ພິທີ, ທ່ານ Murat Isik ຮອງຜູ້ບັນຊາການ ຕຳຫຼວດ UNMISS ໄດ້ຢັ້ງຢືນ ແລະ ຕີລາຄາສູງ ບັນດາການປະກອບສ່ວນຂອງນາຍຕຳຫຼວດ ປະຊາຊົນ ຫວຽດນາມ ໃນການເຄື່ອນໄຫວຕ່າງໆຂອງ ຄະນະປະຕິບັດງານ, ທ່ານຢັ້ງຢືນວ່າ ບັນດານາຍຕຳຫຼວດປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມເປັນມືອາຊີບ, ມີວິໄນ, ເຮັດວຽກຢ່າງມີປະສິດທິຜົນ ແລະ ມີຈິດໃຈຄວາມຮັບຜິດຊອບຢູ່ສູງ. ທ່ານ Murat Isik ສະເໜີໃຫ້ກະຊວງຕຳຫຼວດ ຫວຽດນາມ ຈັດສົ່ງ ນາຍຕຳຫຼວດເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຢູ່ UNMISS ໃນໄລຍະຈະມາເຖິງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ