Venezuela ເຄົາ​ລົບ​ນັບ​ຖື​ມໍ​ລະ​ດົກ ຂອງ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶກກວາງ ເນັ້ນໜັ້ກວ່າ ການກໍ່ສ້າງ ອະນຸສາວະລີ ປະທານໂຮ່ຈີມິນ ຢູ່ນະຄອນຫຼວງ Caracas ໄດ້ສະແດງໃຫ້ເຫັນອິດທິພົນຊື່ສຽງ, ບົດບາດກໍ່ຄືຄວາມເຄົາລົບຮັກແພງຂອງປະຊາຊົນ Venezuela ທີ່ມີຕໍ່ປະທານໂຮ່ຈີມິນ.
Venezuela ເຄົາ​ລົບ​ນັບ​ຖື​ມໍ​ລະ​ດົກ ຂອງ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຖະຫວາຍດອກໄມ້ ຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ ໃນຖະໜົນ Simon Bolivar ຢູ່ນະຄອນຫຼວງ Caracas (ພາບ:  VGP)

ວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໄປຖະຫວາຍດອກໄມ້ ອາໄລຫາ ປະທານໂຮ່ຈີມິນ ຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ ໃນຖະໜົນ Simon Bolivar ຢູ່ນະຄອນຫຼວງ Caracas. ນີ້ແມ່ນການເຄື່ອນໄຫວທຳອິດ ຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃນການຢ້ຽມຢາມ ສາທາລະນະລັດ Bolivar Venezuela ໃນລະຫວ່າງວັນທີ 17 – 19 ເມສາ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶກກວາງ ເນັ້ນໜັ້ກວ່າ ການກໍ່ສ້າງ ອະນຸສາວະລີ ປະທານໂຮ່ຈີມິນ ຢູ່ນະຄອນຫຼວງ Caracas ໄດ້ສະແດງໃຫ້ເຫັນອິດທິພົນຊື່ສຽງ, ບົດບາດກໍ່ຄືຄວາມເຄົາລົບຮັກແພງຂອງປະຊາຊົນ Venezuela ທີ່ມີຕໍ່ປະທານໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຂໍ້ສະແດງຄວາມຂອບໃຈຕໍ່ລັດຖະບານ Venezuela ແລະ ອຳນາດການປົກຄອງນະຄອນຫຼວງ Caracas, ພັກສັງຄົມນິຍົມ ເອກະພາບ Venezuela (PSUV), ບັນດາກຳລັງການເມືອງສັງຄົມ ແລະ ປະຊາຊົນ ທີ່ໄດ້ສະໜັບສະໜູນການກໍ່ສ້າງ ແລະ ຮັກສາອະນຸສາວະລີ ປະທານໂຮ່ຈີມິນ ຢູ່ທີ່ນີ້.

ສ່ວນທ່ານຮອງລັດຖະມົນຕີ Venezuela Tatiana Pugh Moreno ຢັ້ງຢືນວ່າ Venezuela ມີຄວາມເຄົາລົບຕໍ່ຮູບພາບ, ພາລະກິດ ແລະ ມໍລະດົກຂອງປະທານໂຮ່ຈີມິນ. ທ່ານຮອງລັດຖະມົນຕີ Tatiana Pugh Moreno ແມ່ນຜູ້ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ Venezuela ປະຈຳ ຫວຽດນາມ ກໍ່ໄດ້ສະແດງຄວາມເຄົາລົບນັບຖືຕໍ່ພາລະກິດແຫ່ງການພັດທະນາຂອງ ຫວຽດນາມ, ອີກຄັ້ງໜຶ່ງທ່ານໄດ້ຢັ້ງຢືນ ອາລົມຈິດ, ຈິດໃຈສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ Venezuela ທີ່ມີຕໍ່ຫວຽດນາມ, ທ່ານສະແດງຄວາມປາດຖະໜາຢາກໃຫ້ການພົວພັນສອງປະເທດສືບຕໍ່ພັດທະນາແບບຍືນຍົງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ