VietJet Air ຊື້​ຮືອບິນຂອງ ແອ​ບັດ ຂະ​ໜາດ​ໃຫຍ່ ຈຳ​ນວນ 20 ລຳ​

(VOVWORLD) - ແອບັດ ໄດ້ຂາຍເຮືອບິນ A330neo ຂະໜາດໃຫຍ່ຈຳນວນ 20 ລຳ ໃຫ້ VietJet Air. 
VietJet Air ຊື້​ຮືອບິນຂອງ ແອ​ບັດ ຂະ​ໜາດ​ໃຫຍ່ ຈຳ​ນວນ 20 ລຳ​ - ảnh 1ຜູ້ຕາງໜ້າ VinFast ແລະ ບັນດາຄູ່ຮ່ວມມືໃນງານວາງສະແດງ IIMS 2024 (ພາບ:VinFast)

ວັນທີ 22 ກຸມພາ, ໃນຂອບເຂດງານວາງສະແດງເຮືອບິນ ສິງກະໂປ (Singapore Airshow) 2024 (ຈັດຂຶ້ນແຕ່ວັນທີ 20-25 ກຸມພາ), ບໍລິສັດ VietJet Air ແລະ ກຸ່ມບໍລິສັດຜະລິດເຮືອບິນອັນດັບແຖວໜ້າ ເອີຣົບ ແອບັດ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມື, ຕາມນັ້ນແລ້ວ ແອບັດ ໄດ້ຂາຍເຮືອບິນ A330neo ຂະໜາດໃຫຍ່ຈຳນວນ 20 ລຳ ໃຫ້ VietJet Air. ສັນຍາຊື້ຂາຍນີ້ຕາມການຄາດຄະເນໃນເບື້ອງຕົ້ນ ແມ່ນຈະມີມູນຄ່ານັບເປັນຕື້ໂດລາສະຫະລັດ, ເປັນຂີດໝາຍໜຶ່ງໃນບັນດາຂໍ້ຕົກລົງໃຫ່ຍທີ່ສຸດ ທີ່ສາມາດບັນລຸໄດ້ ຢູ່ງານວາງສະແດງເຮືອບິນໃຫ່ຍທີ່ສຸດໃນອາຊີນີ້. ຕະຫຼາດເຮືອບິນຂະໜາດໃຫຍ່ກຳລັງກັບຄືນມາຢ່າງຄຶກຄື້ນ ເມື່ອຄວາມຕ້ອງການໃນການເດີນທາງດ້ວຍເຮືອບິນ ໄດ້ຮັບການພື້ນຕົວຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19.

        ທ່ານ Christian Scherer ຜູ້ອຳນວຍການຝ່າຍບໍລິຫານ ຂະແໜງທຸລະກິດເຮືອບິນເພື່ອການຄ້າຂອງ ແອບັດ, ຢືນຢັນວ່າ ກຸ່ມບໍລິສັດຕີລາຄາສູງຕໍ່ການປະສານສົມທົບກັບ VietJet Air ໃນໄລຍະການພັດທະນາໃໝ່. ສື່ມວນຊົນສາກົນກໍ່ໃຫ້ວ່າ ສັນຍາຊື້ຂາຍເຮືອບິນທີ່ຫາກໍ່ໄດ້ເຊັນນັ້ນເປັນການສະແດງເຖິງການພັດທະນາຂອງ VietJet ໃນສະພາບການທີ່ສາຍການບິນ ມີແຜນຈະເປີດກ້ວາງບັນດາຖ້ຽວບິນສາກົນໄປຍັງ ອອດສະເຕເລີຍ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ ແລະ ໄທ./.

ຕອບກັບ

ຂ່າວ/ບົດ​ອື່ນ