Vietjet Air ເປີດ 3 ສາຍການບິນໂດຍກົງໄປຍັງປະເທດ ອິນເດຍ

(VOVWORLD) - ຕອນບ່າຍວັນທີ 06 ກຸມພາ, ຕາງໜ້າບໍລິສັດການບິນ Vietjet Air ໃຫ້ຮູ້ວ່າ: ຈະສືບຕໍ່ເປີດສາຍການບິນຕື່ມອີກ 3 ສາຍທີ່ເຊື່ອມຕໍ່ນະຄອນ ດ່າໜັງ, ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ກັບ 2 ສູນເສດຖະກິດ, ການເມືອງ, ວັດທະນະທຳໃຫຍ່ຂອງ ອິນເດຍ ແມ່ນ New Delhi ແລະ Mumbai.
Vietjet Air ເປີດ 3 ສາຍການບິນໂດຍກົງໄປຍັງປະເທດ ອິນເດຍ - ảnh 1 (ພາບ: TTXVN)

        ຕາມນັ້ນແລ້ວ, ສາຍການບິນ ດ່າໜັງ - New Delhi ຈະຂຸດຄົ້ນ 5 ຖ້ຽວ/ອາທິດ ແລະ ຮ່າໂນ້ຍ - Mumbai 3 ຖ້ຽວ/ອາທິດ ເລີ່ມເປີດບໍລິການແຕ່ວັນທີ 14 ພຶດສະພາ 2020, ໃນຂະນະນັ້ນ ສາຍການບິນ ນະຄອນ ໂຮ່ຈີມິນ - Mumbai ຈະຂຸດຄົ້ນ 4 ຖ້ຽວ/ອາທິດ ນັບແຕ່ວັນທີ 15 ພຶດສະພາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ