VOV5ກັບລາຍການ“ລະດູບານໃໝ່ທີ່ອົບອຸ່ນຢູ່ເຂດຊາຍ​ແດນ”

VOV5ກັບລາຍການ“ລະດູບານໃໝ່ທີ່ອົບອຸ່ນຢູ່ເຂດຊາຍ​ແດນ” - ảnh 1
ພາບ​ປະ​ກອບ

(vovworld) – ​ໃນ​ລະ​ຫວ່າງວັນ​ທີ 8 – 11/1/2015, ພະ​ນັກ​ງານ​ພ​າກ​ພາ​ສາ​ຕ່າງ​ປະ​ເທດ (VOV5) ຈະ​ຈັດ​ຕັ້ງ​ລາຍ​ການມອບ​ຂອງ​ຂວັນ​ກຸ​ສົນ​ໃຫ້ 6 ບ້າ​ນ​ຊາຍ​ແດນຂອງ​ຕາ​ແສງ ຊີ໋ນ​ກ໋າຍ, ເມືອງ ແມ່ວ​ວາກ, ແຂວງ ຮ່າ​ຢາງ.

        ຍອດ​ມູນ​ຄ່າ​ໃນ​ການ​ເຄື່ອນ​ໄຫວ​ກຸ​ສົນ​ຄັ້ງ​ນີ້​ປະ​ມານ 100 ລ້ານ​ດົ່ງ, ເຊິ່ງ​ແມ່ນ​ບັນ​ດາ​ຂອງ​ຂ​ວັນ​ຄື: ປື້ມ​ຕຳ​ລາ​ຮຽນ, ປື້ມ​ຂຽນ, ເສື້ອ​ກັນ​ໜາວ, ຜ້າ​ຮົ່​ມ, ອາ​ຫານ​​ຊະ​ນິດ​ຕ່າງໆ… ນີ້​ແມ່​ນ​ຈຳ​ນວນ​ເງິນ​ໂດຍ​ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ​ຊາວ​ໜຸ່ມ, ​ໄວ​ໜຸ່ມ​ຂອງ​ພາ​ກ​ພາ​ສາ​ຕ່າງ​ປະ​ເທດ VOV5 ​ແຜ່​ບໍ​ລິ​ຈາກ​ເພື່ອ​ໜູນ​ຊ່ວຍ​​ປະ​ຊາ​ຊົນບັນ​ດາເຜົ່າ​ສ່ວນ​ໜ້ອຍ ແລະ ເດັກ​ນ້ອຍ​ເຂດ​ພູ​ສູງ ຊີ໋ນ​ກ໋າຍ.

        ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄະ​ນະ​ຍັງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງວິ​ສາ​ຫະ​ກິດ​ທີ່​ມີ​ໃຈ​ບູນ​ໃຈ​ກຸ​ສົນຫຼາຍ​ແຫ່ງ​ຄື: ທະ​ນາ​ຄານ Vietcombank – ສາ​ຂາ​ບໍ​ລິ​ການ​ລູກ​ຄ້າ​ພິ​ເສດ, ບໍ​ລິ​ສັດ Asialand Travel, ບໍ​ລິ​ສັດ Arirang ຫວຽດ​ນາມ, ບໍ​ລິ​ສັດ​ຈຳ​ກັດ ຟອງ​ຮ່າ…


ຂ່າວ/ບົດ​ອື່ນ