WB ຕີລາຄາແງ່ຫວັງເສດຖະກິດໄລຍະກາງຂອງຫວຽດນາມຍັງຕັ້ງໜ້າຢູ່

(VOVWORLD) - ແງ່ຫວັງເສດຖະກິດໄລຍະກາງຂອງຫວຽດນາມ ຍັງໄດ້ຮັບຕີລາຄາຢ່າງຕັ້ງໜ້າຢູ່. GDP ຄາດວ່າ ຈະເຕີບໂຕບັນລຸລະດັບ 6,3% ໃນປີນີ້ ແລະ ຄາດວ່າ ຈະໄດ້ຮັບການປັບປຸງຂຶ້ນລະດັບ 6,4% ໃນຊຸມປີ 2018 – 2019, ພ້ອມກັບຄວາມສະຖຽນລະພາບລວມດ້ານເສດຖະກິດມະຫາພາກ.

WB ຕີລາຄາແງ່ຫວັງເສດຖະກິດໄລຍະກາງຂອງຫວຽດນາມຍັງຕັ້ງໜ້າຢູ່ - ảnh 1ການປະຊຸມຂ່າວ

(ພາບ: TTXVN)

ນີ້ແມ່ນຂໍ້ສັງເກດເຊິ່ງທະນາຄານໂລກ (WB) ຍົກອອກມາທີ່ການປະຊຸມຂ່າວປະກາດບົດລາຍງານອັບເດັດສະພາບການເສດຖະກິດຫວຽດນາມປີ 2017, ເຊິ່ງຖືກດຳເນີນໃນວັນທີ 13 ກໍລະກົດ. ບົດລາຍງານຂອງ WB ໃຫ້ຂໍ້ສັງເກດວ່າ, ພື້ນຖານເສດຖະກິດຫວຽດນາມ ຍັງຮັບປະກັນປັດໃຈພື້ນຖານເຕີບໂຕເສດຖະກິດ ລວມມີຄວາມຕ້ອງການຢູ່ພາຍໃນປະເທດ ແລະ ຂະແໜງຜະລິດປຸ້ງແຕ່ງ, ການຜະລິດ. ທີ່ການປະຊຸມຂ່າວ, ທ່ານ Sebastian Eckardt, ຜູ້ຮັກສາການອຳນວຍການແຫ່ງຊາດຂອງ WB ປະຈຳຫວຽດນາມ ຖືວ່າ, ບົນພື້ນຖານທ່າເຕີບໂຕໄດ້ຮັບການຮັກສາ, ຫວຽດນາມ ຄວນໃຫ້ບຸລິມະສິດອັນດັບໜຶ່ງແກ່ການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ສ້າງບັນດາພື້ນຖານດ້ານນະໂຍບາຍຄືນໃໝ່. ຫຼຸດຜ່ອນການຄາດດຸ່ນງົບປະມານແມ່ນສິ່ງທີ່ຈຳເປັນທີ່ສຸດ ເພື່ອຄວບຄຸມບັນດາຄວາມສ່ຽງທີ່ນັບມື້ນັບສູງກ່ຽວກັບຄວາມໝັ້ນຄົງຂອງງົບປະມານ.

ຕອບກັບ

ຂ່າວ/ບົດ​ອື່ນ