WHO ກ່າວ​ເຕືອນ​ເກີດ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່ ເຢ​ແມນ

(VOVWORLD) - ໃນຈຳນວນ 17,8 ລ້ານຄົນທີ່ຕ້ອງການໄດ້ຮັບການໜູນຊ່ວຍດ້ານສາທານະລະສຸກນັ້ນ, ແມ່ຍິງກວມເອົາ 24% ແລະ ເຂົ້າເຈົ້າມີຄວາມຕ້ອງການເຂົ້າເຖິງການບໍລິການໜູນຊ່ວຍໃນການປະສູດທີ່ສຸດ, ເດັກນ້ອຍກວມເອົາ 50%, ໃນນັ້ນ ກວ່າ 500.000 ຄົນ ແມ່ນມີອາຍຸຕໍ່າກວ່າ 5 ປີ
WHO ກ່າວ​ເຕືອນ​ເກີດ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່ ເຢ​ແມນ - ảnh 1 ໂຮງໝໍແຫ່ງໜຶ່ງຢູ່ Saada, ເຢແມນ (ພາບ: AFP/TTXVN)

ເນື່ອງໃນໂອກາດວັນສາທາລະນະສຸກໂລກ ວັນທີ 7 ເມສາ, ໃນວັນທີ 7 ເມສາ, ອົງການອະນາໄມໂລກ ( WHO) ໄດ້ກ່າວເຕືອນການປະທະກັນປະກອບອາວຸດທີ່ແກ່ຍາວຢູ່ ເຢແມນ ໄດ້ເຮັດໃຫ້ລະບົບສາທາລະນະສຸກຂອງປະເທດນີ້ຖືກຢຸດສະງັກຢ່າງຮ້າຍແຮງ, ປະຊາຊົນ 17,8 ລ້ານຄົນຕ້ອງການໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ. ຜູ້ຕາງໜ້າອົງການ WHO  ປະຈຳ ເຢແມນ ທ່ານ Arturo Pesigan  ໃຫ້ຮູ້ວ່າ ໃນຈຳນວນ 17,8 ລ້ານຄົນທີ່ຕ້ອງການໄດ້ຮັບການໜູນຊ່ວຍດ້ານສາທານະລະສຸກນັ້ນ, ແມ່ຍິງກວມເອົາ 24% ແລະ ເຂົ້າເຈົ້າມີຄວາມຕ້ອງການເຂົ້າເຖິງການບໍລິການໜູນຊ່ວຍໃນການປະສູດທີ່ສຸດ, ເດັກນ້ອຍກວມເອົາ 50%, ໃນນັ້ນ ກວ່າ 500.000 ຄົນ ແມ່ນມີອາຍຸຕໍ່າກວ່າ 5 ປີ ຕ້ອງການໄດ້ຮັບການປິ່ນປົວໂດຍດ່ວນ ຍ້ອນຂາດສານອາຫານຢ່າງຮ້າຍແຮງ.

              ເຢແມນ ພວມປະເຊີນໜ້າກັບວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ ໂດຍມີນັບພັນຄົນເສຍຊີວິດຍ້ອນການປະທະກັນທີ່ເກີດຂຶ້ນແຕ່ປີ 2014 ມານີ້. ສປຊ ຖືວິກິດການມະນຸດສະທຳຢູ່ ເຢແມນ ແມ່ນໜຶ່ງໃນບັນດາວິກິດການທີ່ຮ້າຍແຮງທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ