WHO ຖະ​ແຫຼງ​ການ​ວ່າ​ ເອີ​ລົບ​ເປັນ​ໃຈ​ກາງເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ເອີລົບເປັນໃຈກາງເກີດໂລກລະບາດ Covid – 19! ຖະແຫຼງການນີ້ໂດຍທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຍົກອອກມາທີ່ການຖະແຫຼງຂ່າວໃນຕອນບ່າຍວັນທີ 13 ມີນາຢູ່ເຊີແນວປະເທດສະວິດ

WHO ເນັ້ນໜັກວ່າຈຳນວນຜູ້ຕິດເຊື້ອໃນແຕ່ລະວັນທີ່ໄດ້ຮັບການລາຍງານຈາກເອີລົບແມ່ນສູງກ່ວາຈຳນວນຜູ້ຕິດເຊື້ອໃນແຕ່ລະວັນ ໃນຂະນະທີ່ໂລກລະບາດຢູ່ໃນຈຸດສູງສຸດຢູ່ຈີນ.

ທ່ານຜູ້ອຳນວຍການໃຫຍ່ WHO ກໍ່ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດທັງໝົດຈົ່ງປະຕິບັດວິທີການສຳຜັດລວມແມ່ນດຳເນີນການວິໄຈເລືອດ, ຊອກຫາບັນດາຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອ, ປະຕິບັດການກັກກັນພະຍາດແລະແຍກຕົວຢູ່ຕ່າງຫາກໃນສັງຄົມ.

ກວາງຢຸງ/ນັກຂ່າວ VOV ປະຈຳຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ