WMO: ອຸນຫະພູມທົ່ວໂລກຈະເພີ່ມຂຶ້ນລະດັບສະຖິຕິໃນ 5 ປີຈະມາເຖິງ

(VOVWORLD) - ອຸນຫະພູມທົ່ວໂລກໃນປີກາຍສູງກ່ວາ 1,15 ອົງສາ C ເມື່ອທຽບໃສ່ລະດັບສະເລ່ຍຂອງຊຸມປີ 1850 – 1900.
WMO: ອຸນຫະພູມທົ່ວໂລກຈະເພີ່ມຂຶ້ນລະດັບສະຖິຕິໃນ 5 ປີຈະມາເຖິງ - ảnh 1ພາບປະກອບ

ວັນທີ 17 ພຶດສະພາ, ອົງການອຸຕຸນິຍົມໂລກ (WMO) ໄດ້ກ່າວເຕືອນວ່າ ອຸນຫະພູມໃນທົ່ວໂລກອາດຈະເພີ່ມຂຶ້ນເຖິງລະດັບສະຖິຕິໃນໄລຍະແຕ່ປີ 2023 – 2027 ຍ້ອນສະພາບອາຍພິດເຮືອນແກ້ວ ແລະ ສະພາບການ El Nino ເກີດຂຶ້ນ. ບົດລາຍງານຂອງ WMO ໃຫ້ຮູ້ວ່າ: ອຸນຫະພູມທົ່ວໂລກໃນປີກາຍສູງກ່ວາ 1,15 ອົງສາ C ເມື່ອທຽບໃສ່ລະດັບສະເລ່ຍຂອງຊຸມປີ 1850 – 1900.

        ທ່ານ Petteri Taalas, ເລຂາທິການໃຫຍ່ WMO ໃຫ້ຮູ້ວ່າ: ບົດລາຍງານນີ້ບໍ່ໝາຍຄວາມວ່າ ອຸນຫະພູມໜ່ວຍໂລກຈະເກີນລະດັບ 1,5 ອົງສາ C ຄືດັ່ງທີ່ໄດ້ວາງອອກໃນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ເຖິງຢ່າງໃດກໍ່ຕາມ, WMO ພວມກ່າວເຕືອນວ່າ ລະດັບ ອຸນຫະພູມໜ່ວຍໂລກຈະ “ເກີນ” ລະດັບ 1,5 ອົງສາ C ເປັນຊົ່ວຄາວ ແລະ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ