World Cup 2022: ​ທິມ​ຊາດ ຫວຽດ​ນາມ ສະເໝີ 0 ປະຕູຕໍ່ 0 ກັບທິມຊາດ ໄທ ຢູ່​ເດີນ ທຳ​ມະ​ຊາດ

(VOVWORLD) - ຖ່າຍທອດສົດການແຂ່ງຂັນບານເຕະລະຫວ່າງທິມຊາດໄທ ແລະ ທິມຊາດຫວຽດນາມ ໃນຮອບຄັດເລືອກທີ 2 World Cup 2022 ຢູ່ພາກພື້ນອາຊີ.
 
World Cup 2022: ​ທິມ​ຊາດ ຫວຽດ​ນາມ ສະເໝີ 0 ປະຕູຕໍ່ 0 ກັບທິມຊາດ ໄທ ຢູ່​ເດີນ ທຳ​ມະ​ຊາດ - ảnh 1

ທິມຊາດໄທ ຄອງບານໄດ້ຫຼາຍກວ່າທິມຊາດຫວຽດນາມ

(ພາບ: ຈີຈີ)

World Cup 2022: ​ທິມ​ຊາດ ຫວຽດ​ນາມ ສະເໝີ 0 ປະຕູຕໍ່ 0 ກັບທິມຊາດ ໄທ ຢູ່​ເດີນ ທຳ​ມະ​ຊາດ - ảnh 2ເອົາ ກົງເຟື້ອງ ລົງເດີນແຕ່ຍັງບໍ່ທັນເຮັດຫຍັງໄດ້ເທື່ອ

(ພາບ: ຈີຈີ)

World Cup 2022: ​ທິມ​ຊາດ ຫວຽດ​ນາມ ສະເໝີ 0 ປະຕູຕໍ່ 0 ກັບທິມຊາດ ໄທ ຢູ່​ເດີນ ທຳ​ມະ​ຊາດ - ảnh 3

  ກອງເຊຍຫວຽດນາມນຸ່ງເສື້ອສີແດງດາວເຫຼືອງເຕັ່ມເດີນເຕະບານທຳມະຊາດ, ພ້ອມແລ້ວທີ່ຈະຕໍ່ກຳລັງແຮງໃຫ້ແກ່ຄູຟຶກ Park Hang Seo  ແລະ ນັກກິລາໃນເຂດແດນໄທ (ພາບ: ຈີຈີ)

  ນັກກິລາທິມຊາດໄທ: Siwarak Tedsungnoen, Theerathon Bunmathan, Pansa Hemviboon, Manuel Tom Bihr, Tristan Do, Tanaboon Kesarat, Phitiwat Sookjithummakul, Sarach Yooyen, Chanathip Songkrasin, Supachok Sarachart, Thitiphan Puangjan. ນັກກິລາທິມຊາດຫວຽດນາມ Văn Lâm, Duy Mạnh, Ngọc Hải, Tiến Dũng, Trọng Hoàng, Hồng Duy, Tuấn Anh, Hùng Dũng, Quang Hải, Văn Toàn, Tiến Linh

        ຄູຝຶກ Park Hang Seo ແລະ ຄະນະນັກກິລາຫວຽດນາມ ຈະເລີ່ມແຂ່ງຂັນຮອບຄັດເລືອກ World Cup 2022, ໃນເວລາ 19 ໂມງ 00 ນາທີ ວັນທີ 05 ກັນຍາ, ຢູ່ເດີ່ນ ທຳມະຊາດ, ນະຄອນ ຣັງສີດ, ແຂວງ ປະທູມ ທານີ, ຫ່າງຈາກນະຄອນຫຼວງ ບາງກອກ ໄປທາງທິດເໜືອ 40 ກ.ມ.

        ທິມຊາດຫວຽດນາມ ແລະ ທິມຊາດໄທ ລ້ວນແຕ່ມີຄວາມຕັດສິນໃຈຍາດໄດ້ໝາກຜົນໃນການແຂ່ງຂັນນີ້. ການແຂ່ງຂັນລະຫວ່າງທິມຊາດຫວຽດນາມ ແລະ ໄທ ໝັ້ນໝາຍວ່າຈະສ້າງຄວາມຕື່ນເຕັ້ນໃຈແກ່ທ່ານຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ