ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ 2020: ກອບ​​ນິ​ຕິ​ກຳໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊາວ​ໜຸ່ມ

(VOVWORLD) - ຕອນເຊົ້າວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ສົມທົບກັບກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວຍຊາວໜຸ່ມ 2020 ໃຫ້ບັນດາກະຊວງ, ຂະແໜງການ ແລະ ອົງການຢູ່ສູນກາງ.
ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ 2020: ກອບ​​ນິ​ຕິ​ກຳໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊາວ​ໜຸ່ມ - ảnh 1ກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວຍຊາວໜຸ່ມ (ພາບ:qdnd.vn

ທີ່ກອງປະຊຸມ, ທ່ານນາງ Naomi Kitahara ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ ກົດໝາຍວ່າດ້ວຍຊາວໜຸ່ມ 2020 ຈະນຳມາເຊິ່ງກອບນິຕິກຳທີ່ມີຄຸນຄ່າໃນການແນະນຳການວາງແຜນກຳນົດ ແລະ ປະຕິບັດບັນດາໂຄງການ, ນະໂຍບາຍຊາວໜຸ່ມຂອງລັດຖະບານໃຫ້ແກ່ຊາວໜຸ່ມຫວຽດນາມ, ພ້ອມທັງເນັ້ນໜັກວ່າ: ຕ້ອງຮັບຮູ້ໄດ້ຄວາມຕ້ອງການພິເສດຂອງກຸ່ມຊາວໜຸ່ມທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດຄື: ເດັກຍິງ, ຊາວໜຸ່ມພິການ, ຊາວໜຸ່ມທີ່ເປັນຊົນເຜົ່າສ່ວນໜ້ອຍ, ຊາວໜຸ່ມທີ່ເປັນຄົນເພດດຽວກັນ ແລະ ຊາວໜຸ່ມທີ່ເປັນກຳມະກອນອົບພະຍົບ. ການປົກປ້ອງ ແລະ ສິດຂອງເຂົາເຈົ້າຕ້ອງໄດ້ນຳເອົາເຂົ້າໃນກົດໝາຍ ແລະ ຊຸກຍູ້ປະຕິບັດໃນດຳລັດຂອງລັດຖະບານແນະນຳປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມ 2020 ຢູ່ທຸກຂັ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຕວຽດ, ຮອງຫົວໜ້າຄະນະກຳມາທິການວັດທະນະທຳສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອາຍຸຊົນ ຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກຳມາທິການຈະສົມທົບກັບບັນດາອົງການຂອງສະພາແຫ່ງຊາດ, ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມ; ສະເໜີໃຫ້: ກະຊວງພາຍໃນເປັນເສນາທິການໃຫ້ລັດຖະບານປະກາດໃຊ້ບັນດາເອກະສານນິຕິກຳ, ຂໍ້ກຳນົດລະອຽດ ຂອງການປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມໂດຍໄວ. ໃນນັ້ນ, ມີການຫັນບັນດານະໂຍບາຍຂອງລັດສຳລັບຊາວໜຸ່ມ, ຄວາມຮັບຜິດຊອບໃນການປະຕິບັດຂອງອົງການຈັດຕັ້ງທີ່ໄດ້ກຳນົດໃນກົດໝາຍໃຫ້ເປັນອັນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ