ກູບາ ຮຽກຮ້ອງໃຫ້ ອາເມລິກາ ໜູນໃຊ້ຄວາມສາມາດບົ່ມຊ້ອນຮ່ວມມືດ້ານກະສິກຳລະຫວ່າງສອງປະເທດຢ່າງສຸດຂີດ

(VOVWORLD) - ກະສິກຳແມ່ນໜຶ່ງໃນບັນດາຂະແໜງການເຊິ່ງປະຈຸບັນ ກູບາ ມີກາລະໂອກາດຫນ້ອຍທີ່ສຸດ ເພື່ອຮັກສາການແລກປ່ຽນເສດຖະກິດ ແລະ ການຄ້າກັບ ອາເມລິກາ

ວັນທີ 27 ກັນຍາ, ທ່ານ Miguel Diaz – Canel, ປະທານສະພາລັດຖະມົນຕີ ແລະ ສະພາແຫ່ງລັດ ກູບາ ພວມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 ຢູ່ນິວຢອກ ປະເທດ ອາເມລິກາ ໄດ້ພົບປະກັບບັນດາວິສາຫະກິດຂະແໜງກະສິກຳຂອງອາເມລິກາ, ໃນນັ້ນ, ການນຳ ກູບາ ໄດ້ຕີລາຄາສູງບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດນີ້.

        ທີ່ການພົບປະໂດຍພັນທະມິດກະສິກຳ ອາເມລິກາ ສຳລັບກູບາ (Usacc) ແລະ ສະຫະສະມາຄົມກະສິກຳແຫ່ງຊາດ ອາເມລິກາ (Nasda) ຈັດຕັ້ງ, ທ່ານປະທານ Diaz – Canel ໃຫ້ຮູ້ວ່າ: ກະສິກຳແມ່ນໜຶ່ງໃນບັນດາຂະແໜງການເຊິ່ງປະຈຸບັນ ກູບາ ມີກາລະໂອກາດຫນ້ອຍທີ່ສຸດ ເພື່ອຮັກສາການແລກປ່ຽນເສດຖະກິດ ແລະ ການຄ້າກັບ ອາເມລິກາ, ເຖິງວ່າ ມີຊ່ວງເວລາ ກູບາ ໄດ້ນຳເຂົ້າຜະລິດຕະພັນກະເສດຂອງ ອາເມລິກາ ເປັນເວລາ 1 ປີດ້ວຍຈຳນວນເງິນ 1,1 ຕື້ USD.

        ໃນແຈ້ງການໄດ້ຍົກອອກມາພາຍຫຼັງກອງປະຊຸມ ທ່ານ Nasda ຢັ້ງຢືນວ່າ: ການໂອ້ລົມສົນທະນາກັບທ່ານປະທານ ກູບາ ແມ່ນໂອກາດເພື່ອສືບຕໍ່ຊຸກຍູ້ການຮ່ວມມື ແລະ ໃຫ້ຄຳໝັ້ນສັນຍາໄລຍະຍາວຂອງສະຫະສະມາຄົມນີ້ກັບລັດຖະບານ ແລະ ປະຊາຊົນ ກູບາ, ພ້ອມກັນນັ້ນກໍ່ຊີ້ແຈ້ງວ່າ ສະຫະສະມາຄົມແຫ່ງນີ້ໄດ້ສະໜັບສະໜູນການປັບປຸງດ້ານການຄ້າ ແລະ ການຮ່ວມມືກໍ່ຄືຍົກເລີກຄຳສັ່ງຂວ້ຳບາດໃນປະຈຸບັນກັບ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ