ກູບາ ເຊື່ອໝັ້ນ ຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນຮ່ວມມືກັບຫວຽດນາມ

(VOVWORLD) -

        ໃນຂອບເຂດການຢ້ຽມຢາມ ກູບາ ເມື່ອວັນທີ 30 ກັນຍາ ຂອງທ່ານ ເຈິ່ນແທງເໝິນ, ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໄດ້ມີການພົບປະກັບທ່ານ Jose Ramon Machado Ventura ,ເລຂາທີສອງ ສູນກາງພັກກອມມູນິດ ກູບາ ແລະ ທ່ານ Salvador Valdes Mesa, ກໍາມະການກົມການເມືອງ, ຮອງປະທານຜູ້ທີ 1 ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ. 

ກູບາ ເຊື່ອໝັ້ນ ຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນຮ່ວມມືກັບຫວຽດນາມ - ảnh 1ຄະນະການນໍາ ກູບາ ເຮັດວຽກກັບຄະນະການນໍາຫວຽດນາມ  (ພາບ: Vu Ha/TTXVN)

ບັນດາການນໍາພັກ, ລັດ ກູບາ ມີຄວາມປາດຖະໜາວ່າ ຈະສືບຕໍ່ແບ່ງປັນບັນດາຂໍ້ມູນຂ່າວສານ ແລະ ບົດຮຽນໃນວຽກງານພັກ, ວຽກງານທິດສະດີ, ການເຄື່ອນໄຫວຂອງສະພາແຫ່ງຊາດ ກັບ ກູບາ. ສ່ວນທ່ານ ເຈິ່ນແທງເໝິນ ກໍໄດ້ຢັ້ງຢືນຄືນໃໝ່ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດຕໍ່ສູ້ ເພື່ອຄວາມເປັນທໍາຂອງ ກູບາ ໃນທຸກສະພາບການ. ທ່ານ ເຈິ່ນແທງເໝິນ ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມ ສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ