ກຸ່ມ 4 ປະ​ເທດ​ QUAD ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ອິນ​ເດຍ ແລະ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ລະ​ບ​ົບ​ສາ​ກົນ

(VOVWORLD) - ບັນດາລັດຖະມົນຕີ ກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອສາກົນ.
ກຸ່ມ 4 ປະ​ເທດ​ QUAD ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ອິນ​ເດຍ ແລະ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ລະ​ບ​ົບ​ສາ​ກົນ - ảnh 1ການນຳ 4 ປະເທດ QUAD (ພາບ: CNN)

ລັດຖະມົນຕີການຕ່າງປະເທດບັນດາປະເທດໃນກຸ່ມ 4 ປະເທດ QUAD, ເຊິ່ງລວມມີ: ອາເມລິກາ, ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ, ວັນທີ 22 ກັນຍາ, ໄດ້ມີການພົບປະຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ເຊິ່ງດຳເນີນຢູ່ ນິວຢອກ, ອາເມລິກາ. ບັນດາລັດຖະມົນຕີການຕ່າງປະເທດ ໄດ້ຢັ້ງຢືນເຖິງການສະໜັບສະໜູນ ສປຊ ແລະ ປັບປຸງການຮ່ວມມືຂອງກຸ່ມໃນລະບົບສາກົນ. ບັນດາລັດຖະມົນຕີ ກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອສາກົນ ໂດຍອີງໃສ່ຂໍ້ກຳນົດກົດໝາຍ, ລວມທັງສິ່ງທີ່ກ່ຽວຂ້ອງເຖິງຄຳຮຽກສິດໃນການເດີນເຮືອ ແລະ ຢູ່ທະເລຮວາຕູງ ແລະ ທະເລຕາເວັນອອກ.

        ທ່ານລັດຖະມົນຕີການຕ່າງປະເທດຂອງ 4 ປະເທດດັ່ງກ່າວ ກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການບັນລຸໄດ້ສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານຢູ່ ຢູແກຼນ; ຢັ້ງຢືນຄຳໝັ້ນສັນຍາສ້າງແຫຼມເກົາຫຼີປອດນິວເຄຼຍ ຢ່າງສີ້ນເຊີງ ແລະ ຢັ້ງຢືນການສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂສະພາບການຢູ່ ມຽນມາ ໂດຍ ອາຊຽນ ນຳໜ້າ.

ນັກຂ່າວ VOV ປະຈຳ ອາເມລິກາ

       

ຕອບກັບ

ຂ່າວ/ບົດ​ອື່ນ