ກຸ່ມທັດສະນີຍະພາບອຽນຕື໋ຖືກນຳເຂົ້າບັນຊີລາຍຊື່ມໍລະດົກທີ່ອາດຈະໄດ້ຮັບການຮັບຮອງຈາກUNESCO

ກຸ່ມທັດສະນີຍະພາບອຽນຕື໋ຖືກນຳເຂົ້າບັນຊີລາຍຊື່ມໍລະດົກທີ່ອາດຈະໄດ້ຮັບການຮັບຮອງຈາກUNESCO - ảnh 1
ວັດ​ດົ່ງ​ຢູ່ ອຽນ​ຕື໋

(vovworld) – ແວບ​ໄຊ​ທາງ​ການ​ຂອງ​ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາສະ​ຫະ​ປະ​ຊາ​ຊາດ (UNESCO) ຫາກໍ່​ຈັດທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ ຂອງ ຫວຽດ​ນາມ ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ມໍ​ລະ​ດົກ​​ທີ່​ອາ​ດ​ຈະ​ໄດ້​​ເກັບ​ສຳ​ເນົາ​ເອ​ກະ​ສານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ແຕ່​ປີ 2012, ແຂວງ ກວາງ​ນິງ ໄດ້​​ມີແນວ​ຄວາມ​ຄິດ ແລະ ສ້າງ​ສຳ​ເນົາ​ເອ​ກະ​ສານ​ເພື່ອ​​ຈັດທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ ເຂົ້າ​ບັນ​ຊ​ີ​ລາຍ​ຊື່​​ສະ​ເໜີຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ໂລກ. ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ​ຈະສ້າງສຳ​ເນົາ​ເອ​ກະ​ສານ​ດັ່ງ​ກ່​າວ​​​ຢ່າງ​ຮີບ​ດ່ວນ​ໃຫ້​ສຳ​ເລັດ​ໃນ​ເດືອນ 9/2015, ຫຼັງຈາກນັ້ນ​ຈະ​ປັບ​ປຸງ ແລະ ຍື່ນ​ສະ​ເໜີ​ຕໍ່ UNESCO ໃນ​ປີ 2016 ເພື່ອ​ອາດ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​​ເປັນ​ມໍ​ລະ​ດົກ​ໂລກ​ໃນ​ປີ 2017. ເມື່ອ​ທຽບ​ໃສ່​ບັນ​ດາ​ມໍ​ລະ​ດົກ​ໂລກ​ຄືອ່າວ​ຮ້າ​ລອງ​ແລ້ວ, ເຂດ​ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ ມ​ີ​ມາດ​ຖານ​ຢ່າງ​ຄົບ​ຖ້ວນ​ໃນ​ການ​ປົ​ກ​ປັກ​ຮັກ​ສາ​ກຸ່ມ​​ປູ​ຊະ​ນີ​ຍະ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ ໄວ້​ເໝືອນ​ເດີມ.

ຂ່າວ/ບົດ​ອື່ນ