ກຸ່ມບໍລິສັດTataຂອງອິນເດຍຮັບຮູ້ຫວຽດນາມ,ມຽນມາແມ່ນຕະຫຼາດຈຸດສຸມ

ກຸ່ມບໍລິສັດTataຂອງອິນເດຍຮັບຮູ້ຫວຽດນາມ,ມຽນມາແມ່ນຕະຫຼາດຈຸດສຸມ - ảnh 1
ກຳມະກອນ ເຮັດວຽກຢູ່ກິດຈະກຳກໍ່ສ້າງຢູ່ ຮ່າໂນ້ຍ
(ພາບປະກອບ)

(vovworld) – ຫວຽດນາມ​ ​ແລະ ມຽນມາ ​ແມ່ນ​ບັນດາ​ຕະຫຼາດ​ຈຸດ​ສຸມ​ຕ້ອງ​ໄດ້​ຮັບ​ການ​ແຊກ​ຊຶມ, ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສຳລັບບໍລິສັດ 7 ​ແຫ່ງ​ຂຶ້ນ​ກັບ​ກຸ່ມ​ບໍລິສັດ Tata Sons. ​ໂຄ​ສົກ​ຂອງ​ກຸ່ມ​ບໍລິສັດ​ດັ່ງກ່າວ​ໃຫ້​ຮູ້​ຄື​ແນວ​ນັ້ນ​ໃນ​ການ​ຕອບ​ສຳພາດ​ໃນ​ໜັບສື​ພິມ The Economic Times ​ແລະ International Business Times ຂອງ​ອິນ​ເດຍ. ຕາມ​ກຸ່ມບໍລິສັດ​ນີ້​ແລ້ວ, ຫວຽດນາມ ​ແລະ ມຽນມາ ມີ​ພື້ນຖານ​ເສດຖະກິດ​ພວມ​ເຕີບ​ໂຕ​ຢ່າງ​ແຮງ, ຄົນ​ຊັ້ນ​ກາງ​ນັບ​ມື້​ນັບ​ຫຼາຍ, ກໍ່​ຄື​ຈະ​ໄດ້​ຮັບ​ບັນດາ​ຜົນ​ກະທົບ​ຕັ້ງໜ້າ​ຈາກ​ບັນດາ​ສັນຍາ​ກາ​ນຄ້າ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ການ​ຫລຸດຜ່ອນ​ພາສີ. ບັນດາ​ປັດ​ໄຈ​ນີ້​​ເຮັດ​ໃຫ້ 2 ປະ​ເທດ​ກາຍ​ເປັນ​ບັນດາ​ຕະຫຼາດ​ສຳຄັນ​ສຳລັບ​ບັນດາ​ບໍລິສັດ​ຢາກ​ສຳ​ພັດ​ຫຼາຍ​ກ່ວາ​ກັບ​ຕະຫຼາດ ອາ​ຊຽນ ກໍ​ຄື​ທົ່ວ​ໂລກ. ​ໂຄສົກ​ຂອງ​ກຸ່ມ​ບໍລິສັດ Tata ຕີ​ລາຄາ​ວ່າ: ສຳລັບ​ດ້ານປະຊາກອນ​ວິ​ທະຍາ ​ແລະ ພັດທະນາ​ເສດຖະກິດ, ຫວຽດນາມ ​ແລະ ມຽນມາ ພວມ​ເປີດ​ຕະຫຼາ​ດ​ໃຫ້​ຜະລິດ​ຕະພັນ​ບາງ​ຢ່າງ​ຂອງ Tata. ທ່ານ​ນີ້​ກໍ​ໃຫ້​ຮູ້​ວ່າ: ບັນດາ​ບໍລິສັດ​​ໄຟຟ້າ, ກໍ່ສ້າງ, ​ເຄມີ…​ແລະ ການ​ຄ້າ​ພວມ​ເຄື່ອ​ນ​ໄຫວ​ຢ່າງ​ຕັ້ງໜ້າ ຫຼື ພວມ​ຂຸດ​ຄົ້ນ​ບັນດາ​ກາລະ​ໂອ​ກາດ​ຢູ່ ຫວຽດນາມ ​ແລະ ມຽນມາ.

 


ຂ່າວ/ບົດ​ອື່ນ