ກຸ່ມ​ບໍ​ລິ​ຫານ ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ຈັດກອງ​ປະ​ຊຸມ​​ຄັ້ງ​ທີ 5

(VOVWORLD) -ໂດຍປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດ, ວັນທີ 4 ທັນວາ 2019 ຢູ່ຮ່າໂນ້ຍ, ທ່ານ ໂຕແອັງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Andreas Michealis ລັດຖະມົນຕີກະຊວງຕ່າງປະເທດ ເຢຍລະມັນ, ໄດ້ເປັນປະທານຮ່ວມກອງປະຊຸມກຸ່ມບໍລິຫານ ຍຸດທະສາດຫວຽດນາມ - ເຢຍລະມັນຄັ້ງທີ 5.
ກຸ່ມ​ບໍ​ລິ​ຫານ ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ຈັດກອງ​ປະ​ຊຸມ​​ຄັ້ງ​ທີ 5 - ảnh 1ທ່ານ ໂຕແອັງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Andreas Michealis ລັດຖະມົນຕີກະຊວງຕ່າງປະເທດ ເຢຍລະມັນ (ພາບ: TTXVN)

ສອງຝ່າຍໄດ້ເນັ້ນໜັກເຖິງການພົວພັນສອງຝ່າຍສືບຕໍ່ບັນລຸໄດ້ບາດກ້າວພັດທະນາອັນດີງານຫຼາຍຢ່າງໃນໄລຍະມໍ່ໆມານີ້ ເປັນພື້ນຖານເພື່ອກຳນົດທິດ, ນຳການພົວພັນ ຫວຽດນາມ - ເຢຍລະມັນສືບຕໍ່ພັດທະນາໃໝ່, ເລິກເຊິ່ງກ້ວາງແຂວງໃນທຸກຂົງເຂດຄື: ການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ, ຄວາມໝັ້ນຄົງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ… ເພື່ອແນໃສ່ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງທັງສອງປະເທດໃນໄລຍະຈະມາເຖິງ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ ຢ່າງຮອບດ້ານ, ປະຕິບັດການໃຫ້ສັດຕະຍາບັນ ແລະ ນຳສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA), ສົນທິສັນຍາອາລັກຂາ ການລົງທຶນ (EVIPA) ເຂົ້າການປະຕິບັດໂດຍໄວ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ, ກໍ່ຄືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ