ກົມປ້ອງກັນ, ຕ້ານຢາເສບຕິດແລະອາດຊະຍາກຳ, ທະຫານປ້ອງກັນຊາຍແດນ, ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະປ່ຽນແປງໃໝ່

(VOVWORLD) -ກົມປ້ອງກັນ ຕ້ານຢາເສບຕິດ ແລະ ອາດຊະຍາກຳ ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ກົມປ້ອງກັນ, ຕ້ານຢາເສບຕິດແລະອາດຊະຍາກຳ, ທະຫານປ້ອງກັນຊາຍແດນ, ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະປ່ຽນແປງໃໝ່ - ảnh 1ພິທີມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະປ່ຽນແປງໃໝ່

(ພາບ: TTXVN)

ຕອນບ່າຍວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ກົມປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ, ທະຫານປ້ອງກັນຊາຍແດນ ໄດ້ຈັດພິທີຮັບນາມມະຍົດວິລະຊົນກຳລັງປະກອບອາວຸດໄລຍະປ່ຽນແປງໃໝ່. ໃນໄລຍະ 10 ປີຜ່ານມາ, ດ້ວຍບົດບາດແມ່ນອົງການໃຫ້ຄຳປຶກສາ, ແນະນຳ, ຊີ້ນຳ ແລະ ຕໍ່ສູ້ປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳຢູ່ເຂດຊາຍແດນ, ເຂດທະເລໃນຂອບເຂດທົ່ວປະເທດໂດຍກົງ, ກົມປ້ອງກັນ ຕ້ານຢາເສບຕິດ ແລະ ອາດຊະຍາກຳ ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

        “ພ້ອມກັບການພັດທະນາຂອງກອງທັບ, ທະຫານປ້ອງກັນຊາຍແດນ, ກຳລັງປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳເວົ້າລວມ ແລະ ພະນັກງານ, ນັກຮົບຂອງກົມເວົ້າສະເພາະ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ, ປົກປັັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນຂອງປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ກົມປ້ອງກັນ, ຕ້ານຢາເສບຕິດ ແລະ  ອາດຊະຍາກຳ ຈະສືບຕໍ່ປະກອບສ່ວນ ແລະ ອຸທິດສ່ວນຫຼາຍກວ່າອີກ ກ່ຽວກັບດ້ານຜົນງານໃນວຽກງານ ແລະ ສ້າງກຳລັງໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ສົມກັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃນໄລຍະປ່ຽນແປງໃໝ່ ເຊິ່ງພັກ ແລະ ລັດ ມອບໃຫ້”.

ຕອບກັບ

ຂ່າວ/ບົດ​ອື່ນ