ກຸ່ມວິ​ສາ​ຫະ​ກິດ TATA ຊອກ​ຫາ​ໂອ​ກາດ​​ລົງ​ທຶນໃສ່ເຄື່ອງຈັກກະ​ສິ​ກຳຢູ່ ເກິ່ນເທີ

(VOVWORLD) -ວັນທີ 29 ກໍລະກົດ, ຢູ່ ເກິ່ນເທີ, ການນຳຂອງນະຄອນ ເກິ່ນເທີ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າຂອງ ກຸ່ມວິສາຫະກິດ TATA (ອິນເດຍ) ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ໂອກາດດຳເນີນທຸລະກິດໃສ່ເຄື່ອງຈັກກະສິກຳ.
ກຸ່ມວິ​ສາ​ຫະ​ກິດ TATA ຊອກ​ຫາ​ໂອ​ກາດ​​ລົງ​ທຶນໃສ່ເຄື່ອງຈັກກະ​ສິ​ກຳຢູ່ ເກິ່ນເທີ - ảnh 1ການເຮັດວຽກລະຫວ່າງການນໍາ ເກິ່ນເທີ ແລະຜູ້ຕາງໜ້າຂອງ ກຸ່ມວິສາຫະກິດ TATA (ພາບ: TTXVN )

ຜູ້ຕາງໜ້າຝ່າຍ TATA, ທ່ານ Gajanan Hujare, ຜູ້ອຳນວຍການໃຫຍ່ຮັບຜິດຊອບຕະຫຼາດ ຫວຽດນາມ ແລະ ລາວ, ປາດຖະໜາວ່າ ການນຳນະຄອນ ເກິ່ນເທີ ຈະສ້າງເງື່ອນໄຂເຊື່ອມຕໍ່ບໍລິສັດກັບຊາວກະສິກອນເພື່ອແນະນຳເຄື່ອງຈັກ, ເຕັກໂນໂລຢີທັນສະໃໝໃນຂົງເຂດກະສິກຳ, ເພີ່ມກາລະໂອກາດການເລືອກເຝັ້ນກໍ່ຄືນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ.

ທ່ານ ຫງວຽນແທງຢູ໊ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ວິສາຫະກິດດຳເນີນທຸລະກິດຢ່າງສະດວກ, ຍ້ອນວ່າການນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດກະສິກຳແມ່ນໜຶ່ງໃນບັນດາການກຳນົດທິດພັດທະນາຂອງນະຄອນ ເກິ່ນເທີ.

ຕອບກັບ

ຂ່າວ/ບົດ​ອື່ນ