ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມຜັນຂະຫຍາຍ ໜ້າທີ່ປີ 2014

ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມຜັນຂະຫຍາຍ ໜ້າທີ່ປີ 2014 - ảnh 1
ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ​ຫວຽດນາມຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014
(ພາບ: mod.gov.vn)

(vovworld) - ​ວັນ​ທີ 02/01, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ຂອງ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ໂທ ຫງວຽນ​ຊວນ​ຫຼິກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ກົມ​ກອງ​ໃນ​ກົມ​ໃຫຍ່​ການ​ເມືອງ ​ເປັນ​ເຈົ້າ​ການ​ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ເປັນ​ຢ່າງ​ດີ, ຍົກ​ສູງ​ຄຸນ​ນະພາ​ບການ​ຊີ້​ນຳ ​ແລະ ​ແນ​ະນຳ​ວຽກ​ງານ​​ພັກ, ວຽກ​ງານ​ການ​ເມືອ​ງ​ໃນ​ທົ່ວ​ກອງທັບ. ​ໃນ​ນັ້ນ​ສຸມ​ໃສ່​ຊາບ​ຊຶມ ​ແລະ ປະຕິບັດ​ບັນດາ​ມະຕິ​ຢ່າງ​ເຂັ້ມ​ງວດ, ຄຳ​ຊັ່ງ​ຂອງ​ສູນ​ກາງ​ພັກ, ຄະນະ​ພັກ​ການ​ທະຫານສູນ​ກາງ; ຕໍ່​ສູ້​ຕ້ານບັນດາ​ກົນ​ອຸ​ບາຍ, ​ເລ່ຫຼ່ຽມ ​ແລະ ບັນດາ​ທັດສະນະ​ທີ່​ຜິດພາດ​ຂອງບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຕ້ານ​ການ​ປະຕິວັດ​ຫວຽດນາມ.

          ພົນ​ໂທ ຫງວຽນ​ຊວນ​ຫຼິກ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ກົມ​ກອງ​ໃນ​ກົມ​ໃຫຍ່​ການ​ເມືອງ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວຖະ​ແຫຼ​ງຂ່າວ, ​ໂຄສະນາ​​ເນື່ອງ​ໃນ​ໂອກາດ​ບັນດາ​ວັນ​ບຸນ​ໃຫຍ່​ເປັນ​ຢ່າງ​ດີ, ຈັດ​ຕັ້ງ​ບັ້ນ​ຂົນຂວາຍ, ຂະ​ບວນການ​ແຂ່ງ​ຂັນ “​ເສີມ​ຂະຫຍາຍ​ມູນ​ເຊື້ອ, ອຸທິດ​ສ່ວນຄວາມ​​ເກັ່ງ​ກ້າສາມາດ​, ​ສົມ​​ເປັນ​ທະຫານ​ລຸງ​ໂຮ່” ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ