ກ.ຣືມ ດຳເນີນການ ລົງປະຊາມະຕິ

ກ.ຣືມ ດຳເນີນການ ລົງປະຊາມະຕິ - ảnh 1
(ພາບ: Reuters)

(vovworld) - ວັນ​ທີ 16/03, ປະ​ເທດ​ສາທາລະນະ​ລັດ​ປົກຄອງ​ດ້ວຍ​ຕົນ​ເອງ ກ.ຣືມ ຂຶ້ນ​ກັບ​ອູ​​ແກຼນ ​ໄດ້​ດຳ​ເນີນ​ການ​ລົງປະຊາ​ມະຕິ​ກ່ຽວ​ກັບ​ເລື່ອງ​ໂຮມ​ເຂົ້າ​ດິນ​ແດນສະຫະພັນ​ລັດ​ເຊຍ ດ້ວຍ​ຖາ​ນະເປັນ​ພາກສ່ວນໜຶ່ງ. ບັນດາ​ສະຖານທີ່​ປ່ອນ​ບັດ​ໄດ້​ເປີດ​ປະຕູ​ແຕ່ 8​ ​ໂມງ ຮອດ 20 ​ໂມງ ວັນ​ທີ 16/03. ກ່ອນ​ໜ້າ​ນັ້ນ, ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ຢືນຢັນ​ວ່າ ການ​ລົງປະຊາ​ມະຕິ​ຢູ່ກ.ຣືມ ​ແມ່ນ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ. ພາຍຫຼັງ​ການ​ກວດກາ​ວິວັດ​ການ​​ກະກຽມ​ການລົງ​ປະຊາ​ມະຕິ​ຢູ່ກ.ຣືມ, ບັນດາ​ສະມາ​ຊິກ​ລັດຖະສະພາ​ເອີ​ລົບ ​ແລະ ບັນດາ​ນັກ​ສັງ​ເກດ​ການ​ສາກົນ​ຊີ​້ແຈ້ງວ່າ ​ເຂົ້າ​ເຈົ້າ​ບໍ່​ພົບ​ເຫັນ​ບັນດາ​ການລະ​ເມີດ​ໃດໆ ຢູ່​ສະຖານ​ທີ່​ປ່ອນ​ບັດ​ຢູ່ກ.ຣືມ. ຄະນະ​ນັກ​ສັງ​ເກດ​ການ​ສາກົນ “ສະຖາ​ບັນ​ເອີ​ລົບ ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ປະຊາທິປະ​ໄຕ ​ແລະ ການ​ເລືອກ​ຕັ້ງ” ​ເຊິ່ງລວມມີສະມາຊິກ 30 ຄົນ ຂອງ​ບັນດາ​ປະ​ເທດ​ເອີ​ລົບ ກໍ່​ຢືນຢັນ​ວ່າ ການ​ກະກຽມ​ການ​ລົງ​ປະຊາ​ມະຕິ​ຢູ່ ກ.ຣືມ ​ແມ່ນ​ເໝາະ​ສົມ​ກັບ​ກົດໝາຍ​ຂອງປະ​ເທດປົກຄອງ​ດ້ວຍ​ຕົນ​ເອງນີ້ ​ແລະ ບັດ​ດາ​ມາດຖານ​ສາກົນ.

ຂ່າວ/ບົດ​ອື່ນ