ກວາງງ້າຍ ກະກຽມຕ້ອນຮັບຄະນະກວດກາຂອງ EC ມາກວດກາຄັ້ງທີ 5

(VOVWORLD) - ປະຈຸບັນ, ແຂວງ ກວາງງ້າຍ ມີກຳປັ່ນຫາປາເກືອບ 4.300 ລຳ, 100% ຈຳນວນກຳປັ່ນຫາປາໄດ້ອັບເດດຂໍ້ມູນເຂົ້າໃນຮາກຖານຂໍ້ມູນອາຊີບຫາປາລະດັບຊາດ.
ກວາງງ້າຍ ກະກຽມຕ້ອນຮັບຄະນະກວດກາຂອງ EC ມາກວດກາຄັ້ງທີ 5 - ảnh 1(100% ຈຳນວນກຳປັ່ນຫາປາໄດ້ອັບເດດຂໍ້ມູນເຂົ້າໃນຮາກຖານຂໍ້ມູນອາຊີບຫາປາລະດັບຊາດ)

        ຄາດວ່າ, ທ້າຍເດືອນ ເມສາ ນີ້, ຄະນະກວດກາຂອງ EC ຂອງຄະນະກຳມະການ ເອີລົບ (EC) ຈະດຳເນີນການກວດກາຄັ້ງທີ 5 ກ່ຽວກັບເລື່ອງປະຕິບັດບັນດາຂໍ້ກຳນົດຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU). ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍົກເລີກ “ບັດເຫຼືອງ” ກ່ຽວກັບການຂຸດຄົ້ນສິນໃນນ້ຳ.

        ປະຈຸບັນ, ແຂວງ ກວາງງ້າຍ ກຳນົດເປົ້າໝາຍຂອງການຕ້ານການຂຸດຄົ້ນ IUU ບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມຍົກເລີກ “ບັດເຫຼືອງ” ເທົ່ານັ້ນ, ຫາກຍັງມຸ່ງໄປເຖິງອາຊີບຫາປາໂດຍມີຄວາມຮັບຜິດຊອບ, ການພັດທະນາແບບຍືນຍົງ. ທ່ານ ໂຮ່ຈ້ອງເຟືອງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກວາງງ້າຍ, ໃຫ້ຮູ້ວ່າ:

        “ທາງແຂວງ ຕ້ອງເພີ່ມທະວີວຽກງານໂຄສະນາ, ຄຸ້ມຄອງຝູງກຳປັ່ນຜ່ານເຄື່ອງຕິດຕາມການເດີນທາງ; ປັບໄໝບັນດາກຳປັ່ນລະເມີດ ແລະ ຕັ້ງໃຈລະເມີດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ທາງແຂວງກໍ່ສົມທົບກັບບັນດາແຂວງໃກ້ຄຽງເພື່ອຄຸ້ມຄອງບັນດາກຳປັ່ນທີ່ຍັງບໍ່ທັນຕິດຕັ້ງ ແລະ ຍັງບໍ່ທັນຮັບປະກັນກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງເຖິງທອງ. ຫວັງວ່າ, ໃນການກວດກາຄັ້ງທີ 5 ຂອງ IUU ໃນຄັ້ງນີ້, ແຂວງ ກວາງງ້າຍ ກໍ່ຄືບັນດາແຂວງໃນທົ່ວປະເທດຈະປະຕິບັດສຳເລັດໜ້າທີ່ຕ້ານການຂຸດຄົ້ນ IUU ເພື່ອຍົກເລີກບັດເຫຼືອງໃຫ້ແກ່ຂະແໜງຂຸດຄົ້ນສິນໃນນ້ຳຂອງ ຫວຽດນາມ”.

        ປະຈຸບັນ, ແຂວງ ກວາງງ້າຍ ມີກຳປັ່ນຫາປາເກືອບ 4.300 ລຳ, 100% ຈຳນວນກຳປັ່ນຫາປາໄດ້ອັບເດດຂໍ້ມູນເຂົ້າໃນຮາກຖານຂໍ້ມູນອາຊີບຫາປາລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ