ກໍ່ສ້າງ ແລະພັດທະນານະຄອນດາໜັງໃນສະໄໝຫັນປະເທດເປັນອຸຸດສາຫະກໍາ ແລະ ທັນສະໄໝ

(VOVWORLD) -ກໍ່ສ້າງ ແລະພັດທະນານະຄອນດາໜັງໃນສະໄໝຫັນປະເທດເປັນອຸຸດສາຫະກໍາ ແລະ ທັນສະໄໝ ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາ ໂດຍຄະນະເສດຖະກິດສູນກາງ ໄດ້ສົມທົບກັບ ຄະນະພັກນະຄອນດາໜັງ ຈັດຂຶ້ນໃນວັນທີ 10 ສິງຫາ, ຢູ່ດາໜັງ, ຫວຽດນາມ.
ກໍ່ສ້າງ ແລະພັດທະນານະຄອນດາໜັງໃນສະໄໝຫັນປະເທດເປັນອຸຸດສາຫະກໍາ ແລະ ທັນສະໄໝ - ảnh 1ຮູບນະຄອນດາໜັງ ສັງເກດຈາກທາງໄກ

ທ່ານ ຫງວຽນວັນບິງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ ເປັນປະທານກອງປະຊຸມສໍາມະນາ; ເຂົ້າຮ່ວມກອງປະຊຸມສໍາມະນາຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການຈາກສູນກາງ, ບັນດານັກຊ່່ຽວຊານພາຍໃນ ແລະ ສາກົນ.

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ, ນັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ ໄດ້ຍົກອອກຫຼາຍຄໍາຄິດຄໍາເຫັນ, ປະກອບຄໍາເຫັນສໍາຄັນ ແລະ ບັນດາບົດຮຽນທີ່ລໍ້າຄ່າ ໃນໄລຍະຜ່ານມາ ກໍຄືທິດທາງການພັດທະນາໃນໄລຍະຈະມາເຖິງໃຫ້ນະຄອນດາໜັງ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນບິງ ສະເໜີໃຫ້ບັນດາຜູ້ແທນ ສຸມໃສ່່ປະກອບຄໍາຄິດເຫັນ, ປຶກສາຫາລືກ່ຽວກັບບັນດາບັນຫາ, ເນື້ອໃນທີ່ມີຜົນສະທ້ອນ ຫຼືກະທົບໂດຍກົງເຖິງການພັດທະນາເສດຖະກິດ-ສັງຄົມຂອງນະຄອນດາໜັງ ໃນອະນາຄົດ. ລະອຽດຄື: ການຫັນປ່ຽນຮູບແບບການເຕີບໂຕເສດຖະກິດ; ວຽກງານວາງແຜນຜັງ ແລະ ພັດທະນາຕົວເມືອງ; ກົນໄກຄຸ້ມຄອງ, ຈັດຕັ້ງກົງຈັກ, ແບ່ງຂັ້ນ, ແບ່ງອໍານາດ; ລົງທຶນໂຄງປະກອບໂຄງລ່າງ,ໂດຍສະເພາະແມ່ນ ພື້ນຖານໂຄງລ່າງທາງຄົມມະນາຄົມ... ຜ່ານນັ້ນ, ມຸ່ງໄປເຖິງການສ້າງມະຕິສະບັບໃໝ່, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງອໍານາດການປົກຄອງ ແລະ ປະຊາຊົນນະຄອນໃນໄລຍະຍູ້ແຮງການພັດທະນານະຄອນດາໜັງເວົ້າສະເພາະ ແລະ ປະເທດຊາດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ