ກໍ່ສ້າງຍົກລະດັບ ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ ໃຫ້ສົມບູນແບບ

ກໍ່ສ້າງຍົກລະດັບ ເຂດວິຊາການສະຖາບັນຫົວໃຈນະຄອນໂຮ່ຈິມິນ ໃຫ້ສົມບູນແບບ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຂົ້າ​ຕິດ​ຕາມ​ການ​ປິ່ນ​ປົວ​ຄົນ​ເຈັບໄວ​ເດັ​ກ​ຖືກ​ໂລກ​ຫົວ​ໃຈ
(vovworld)- ຕອນ​ເຊົ້າ​ວັນ​ທີ 23/8, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້ເຂດ​ວິ​ຊາ​ການ​ສະ​ຖາ​ບັນ​ຫົວ​ໃຈ​ນະ​ຄອນ​ໂຮ່​ຈິ​ມິນ. ເຂດ​ວິ​ຊາ​ການ​ສະ​ຖາ​ບັນ​ຫົວ​ໃຈ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ຮັບ​ການ​ສ້ອມ​ແປງ ຍົກ​ລະ​ດັບ ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 102 ຕື້​ດົງ. ກິດ​ຈະ​ກຳ​ມີ​ຍອດ​ເນື້ອ​ທີ່ກວ່າ 18.000 ຕາ​ແມັດ, ໄດ້​ຮັບ​ການ​ອອກ​ແບບ, ກໍ່​ສ້າງ​ແບບ​ທັນ​ສະ​ໄໝ​ເພື່ອ​ແນ​ໃສ່ຜັນ​ຂະ​ຫຍາຍ​ວິ​ຊາ​ການ​ລົງ​ເລິກ​ກ່ຽວ​ກັບ​ຫົວ​ໃຈ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ນຳ​ໃຊ້ເຂດ​ວິ​ຊາ​ການ​ສະ​ຖາ​ບັນ​ຫົວ​ໃຈ​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ເຫື້ອງອກ​ຖ້ວນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ ການກໍ່​ສ້າງສ້ອມ​ແປງ ຍົກ​ລະ​ດັບເຂດ​ວິ​ຊາ​ການ​ສະ​ຖາ​ບັນ​ຫົວ​ໃຈ​ນະ​ຄອນ​ໂຮ່​ຈິ​ມິນ ຈະ​ຊ່ວຍ​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ​ການ​ບໍ​ລິ​ການ​ການ​ແພດ​ເພື່ອ​ປິ່ນ​ປົວ​ໂລກ​ຫົວ​ໃຈ​ທີ່​ດີ​ກ່​ວາ​ເກົ່າ, ສາ​ມາດ​ແກ້​ໄຂ​ສະ​ພາບ​ໂຮງ​ໝໍ​ຮັບ​ຄົນ​ເຈັບ​ເກີນ​ຂອບ​ເຂດ.
ຂ່າວ/ບົດ​ອື່ນ