ກໍ່ສ້າງພັກແມ່ນກໍ່ສ້າງອົງການ, ມະນຸດ, ມີວິທີການເຄື່ອນໄຫວດີ

(VOVWORLD) - ວຽກງານກໍ່ສ້າງພັກໄດ້ຮັບການຍູ້ແຮງຮອບດ້ານ, ຄົບຊຸດ, ມີວິທີການປະຕິບັດເປັນຢ່າງດີ, ພິເສດແມ່ນການປ້ອງກັນຕ້ານການສໍ້ລາດບັງຫລວງໄພຫຍໍ້ທໍ້, ຕ້ານການເສຍທາດຂາດຄຸນແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ
ກໍ່ສ້າງພັກແມ່ນກໍ່ສ້າງອົງການ, ມະນຸດ, ມີວິທີການເຄື່ອນໄຫວດີ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 21 ມີນາ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ບົດລາຍງານໝາກຜົນແຫ່ງການກວດກາປະຕິບັດມະຕິສູນກາງພັກ 4 ຊຸດທີ 12 ກ່ຽວກັບການກໍ່ສ້າງພັກຕິດພັນກັບການປະຕິບັດຄຳສັ່ງ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄວາມຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ຢູ່ບັນດາຂັ້ນພັກ ແລະ ອົງການພັກຂື້ນກັບສູນກາງ.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ວຽກງານກໍ່ສ້າງພັກໄດ້ຮັບການຍູ້ແຮງຮອບດ້ານ, ຄົບຊຸດ, ມີວິທີການປະຕິບັດເປັນຢ່າງດີ, ພິເສດແມ່ນການປ້ອງກັນຕ້ານການສໍ້ລາດບັງຫລວງໄພຫຍໍ້ທໍ້, ຕ້ານການເສຍທາດຂາດຄຸນແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ.

        ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນນັກວ່າ: “ການກໍ່ສ້າງພັກແມ່ນການກໍ່ສ້າງອົງການ, ມະນຸດ, ມີວິທີການເຄື່ອນໄຫວທີ່ດີ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງ”, ດັ່ງນັ້ນ, ຄວນສືບຕໍ່ປັບປຸງວຽກງານໂຄສະນາເຜີຍແຜ່, ຮ່ຳຮຽນບັນດາມະຕິ, ຄຳສັ່ງກ່ວາອີກ. ພ້ອມກັນນັ້ນ, ສືບຕໍ່ຊີ້ນຳປະຕິບັດບັນດາມະຕິ, ຂໍ້ກຳນົດ, ຄຳສັ່ງເປັນຢ່າງດີ ດ້ວຍຈິດໃຈເດັດດ່ຽວ, ຢືດໝັ້ນ, ຕໍ່ສູ້ຮັກສາທັດສະນະ, ແນວທາງຂອງພັກ ເຊິ່ງສະແດງໃຫ້ເຫັນໃນໂຄງການດຳເນີນງານ, ມະຕິ, ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ